ແມນ ຊິຕີ້ ເປີດບ້ານຊະນະ ເຊວຊີ 1-0 ພ້ອມສະຫລອງແຊ້ມພຣີເມຍລີກ 2022/23
May 22, 2023 - 8:55 AM

ການແຂ່ງຂັນບານເຕະ ພຣີເມຍລີກ 2022/23 ວັນທີ 21 ພຶດສະພາ ແມນເຊັສເຕີ ຊິຕີ້ ເປີດບ້ານຕ້ອນຮັບ “ສິງໂຕນ້ຳເງິນຄາມ” ເຊວຊີ ໂດຍເຈົ້າບ້ານເລືອກທີ່ຈະເກັບນັກເຕະໂຕຫລັກພວກເຂົາໃນເກມນີ້ ຫລັງທີ່ທີມຮັບປະກັນການຄວ້າແຊ້ມລີກລະດູການນີ້ຮຽບຮ້ອຍແລ້ວ.
ເລີ່ມເຄິ່ງເວລາທຳອິດພຽງ 12 ນາທີ ແມນເຊັສເຕີ ຊິຕີ້ ໄດ້ປະຕູຂຶ້ນນຳຈາກ ຈູລຽນ ອັນວາເຣສ, ຮັບບານຈາກ ໂຄລ ປາມເມີ ແລ້ວຍິງເຂົ້າດ້ວຍຂວາກ່ອນໝົດ 45 ນາທີທຳອິດຂອງເກມດ້ວຍຄະແນນນີ້. ຫລັງຈາກນັ້ນ, ໃນເຄິ່ງທີ່ສອງບໍ່ມີປະຕູເພີ່ມ.
ຈົບເກມ ແມນເຊັສເຕີ ຊິຕີ້ ປະເດີມເກມທຳອິດ ຫລັງຄວ້າແຊ້ມລະດູການ 2022/23 ດ້ວຍການເອົາຊະນະ ເຊວຊີ 1-0 ສຳລັບເກມຕໍ່ໄປຂອງທັງສອງທີມ ແມນ ຊິຕີ້ ຈະບຸກໄປຢາມ ໄບຣຕັນ ເມື່ອວັນທີ 25 ພຶດສະພາ, ຂະນະທີ່ ເຊວຊີ ຫລິ້ນນອກບ້ານພົບ ແມນເຊັສເຕີ ຢູໄນເຕັດ ໃນວັນທີ 26 ພຶດສະພາ.