ຮູ້ຫລືບໍ່ ຕັບສາມາດຟື້ນຟູຕົວເອງໄດ້

ຮ່າງກາຍມະນຸດ ແມ່ນສິ່ງມະຫັດສະຈັນຢ່າງໜຶ່ງທີ່ມີຫລາຍຄົນອາດຍັງບໍ່ຮູ້ວ່າມີລະບົບທີ່ເຮັດວຽກໄດ້ຢ່າງໜ້າອັດສະຈັນ ບໍ່ວ່າຈະເປັນສະໝອງ, ກະດູກ ຫລື ແມ່ນແຕ່ຕັບ ເຊິ່ງເປັນອະໄວຍະວະທີ່ສຳຄັນ ເພາະຕັບປຽບດັ່ງໂຮງງານທີ່ຄອຍຂັບເຄື່ອນຊີວິດຂອງເຮົາ. ມື້ນີ້ພວກເຮົາມີຄວາມຈິງກ່ຽວກັບເລື່ອງຂອງຕັບທີ່ສາມາດຟື້ນຟູຕົວເອງໄດ້ມາບອກເລົ່າໃຫ້ບັນດາທ່ານໄດ້ຮັບຮູ້ກັນ.
ຕັບ ເປັນອະໄວຍະວະທີ່ໃຫຍ່ທີ່ສຸດໃນຮ່າງກາຍມະນຸດ ແລະ ເປັນອະໄວຍະວະໜຶ່ງທີ່ມີຄວາມສາມາດໃນການຟື້ນຟູຕົວເອງໄດ້ດີທີ່ສຸດ ເມື່ອເກີດບາດແຜທີ່ເຮັດໃຫ້ເນື້ອເຍື່ອເກີດຄວາມເສຍຫາຍໃນບໍລິເວນຕັບ ຕັບສາມາດຟື້ນຟູຕົວເອງໂດຍການແທນບ່ອນແຊນເກົ່າເຫລົ່ານັ້ນດ້ວຍແຊນໃໝ່ ເພື່ອປິ່ນປົວຄວາມຜິດປົກກະຕິຕ່າງໆໄດ້ຢ່າງໄວວາ ເຖິງວ່າຊີ້ນຕັບຖືກທຳລາຍກ່ວາ 70% ຕັບກໍຍັງສາມາດປົ່ງໃໝ່ໄດ້ພາຍໃນ 2 ອາທິດ.
ຕັບ ເປັນອະໄວຍະວະທີ່ອ່າວພິເສດ ຫາກບໍ່ມີພະຍາດອື່ນໆ ກິນອາຫານໃຫ້ຄົບ 5 ໝວດໃນອັດຕາສ່ວນທີ່ພໍດີ, ຫລີກເວັ້ນປັດໄຈທີ່ສົ່ງຜົນຕໍ່ຕັບ ໂດຍສະເພາະຢ່າງຍິ່ງແມ່ນການດື່ມອານກໍຮໍ ທີ່ເຮັດໃຫ້ຕັບເຮັດວຽກຜິດປົກກະຕິ ເຖິງວ່າຈະເປັນຜູ້ເຖົ້າ ກໍພົບວ່າຕັບຍັງຄົງສາມາດເຮັດວຽກຢ່າງມີປະສິດທິພາບໄດ້.