ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງສາລະວັນ ເພີ່ມທະວີວຽກງານ ປກຊ-ປກສ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ໃນໂອກາດເຂົ້າຮ່ວມ ກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກ ແຂວງສາລະວັນ ກາງສະໄໝ ທີ IX ເຊິ່ງຈັດຂຶ້ນໃນທ້າຍອາທິດຜ່ານມາ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ຄະນະບໍລິຫານງານພັກແຂວງສາລະວັນ ສືບຕໍ່ເຮັດວຽກງານສຶກສາອົມຮົມ ການເມືອງແນວຄິດໃຫ້ຕໍ່ເນື່ອງ ແລະ ເຖິງເປົ້າໝາຍ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນ ແລະ ຕ້ານສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ທີ່ຫວັງກໍ່ຄວາມບໍ່ສະຫງົບຢູ່ຮາກຖານ ແລະ ບໍລິເວນຕ່າງໆ ຮັບປະກັນເຮັດໃຫ້ສະພາບພາຍໃນແຂວງ ມີຄວາມສະຫງົບໜັກແໜ້ນ.
ພ້ອມນີ້, ໃຫ້ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງຂອງພັກ, ເພີ່ມທະວີປັບປຸງລະບົບການເມືອງແຕ່ຂັ້ນແຂວງລົງຮອດຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ພັດທະນາດ້ານວັດທະນະທຳ-ສັງຄົມ ໃຫ້ຄຽງຄູ່ກັບການພັດທະນາທາງດ້ານເສດຖະກິດ, ເພີ່ມທະວີການນໍາພາ-ຊີ້ນຳ ສ້າງພະນັກງານໃຫ້ມີແນວຄິດໜັກແໜ້ນ, ເຂັ້ມແຂງ, ຈົ່ງຮັກພັກດີ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫລັກການ 3 ທິດນໍາໃນການກໍ່ສ້າງພັກ, ປະຕິບັດຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ເພີ່ມທະວີວຽກງານກວດກາພັກ, ກວດກາລັດ ແລະ ການກວດສອບ, ປັບປຸງອົງການຈັດຕັ້ງມະຫາຊົນຂອງພັກ ແລະ ສ້າງເງື່ອນໄຂໄດ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດເປັນຢ່າງດີ.
ຄະນະບໍລິຫານງານພັກແຂວງ ຕ້ອງຍົກສູງຄວາມສາມາດນໍາພາຄວາມເປັນແບບຢ່າງນຳໜ້າຕໍ່ການແກ້ໄຂບັນຫາຕົວຈິງ ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຈາກປະຊາຊົນ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຍາດແຍ່ງເອົາການສະໜັບສະໜູນພັດທະນາແຂວງ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໃຫ້ປະສົບຜົນສໍາເລັດ ແລະ ມີໝາກຜົນຕົວຈິງ.
ຂ່າວ: ແຂວງສາລະວັນ