WHO ເຕືອນ “ສານໃຫ້ຄວາມຫວານ” ອັນຕະລາຍບໍ່ຕ່າງຈາກນໍ້າຕານ
May 23, 2023 - 4:38 PM


ນໍ້າຕານທຽມ ອັນຕະລາຍບໍ່? ໃຜທີ່ກໍາລັງບໍລິໂພກນໍ້າຕານທຽມ ເປັນປະຈໍ່າ ລະວັງໃຫ້ດີ, ເມື່ອບໍ່ດົນມານີ້ ອົງການອະນາໄມໂລກ (WHO) ໄດ້ອອກມາເຕືອນວ່າວັດຖຸທີ່ໃຊ້ແທນນໍ້າຕານ ຫລື ນໍ້າຕານທຽມທຸກຊະນິດ ລວມທັງຫຍ້າຫວານ ເປັນອັນຕະລາຍຕໍ່ຮ່າງກາຍ ນອກຈາກບໍ່ຊ່ວຍຫລຸດນໍ້າໜັກແລ້ວ ຍັງເຮັດໃຫ້ເກີດຄວາມສ່ຽງທີ່ຈະເປັນເບົາຫວານ ແລະ ພະຍາດຫົວໃຈ
.
WHO ໄດ້ບອກເຖິງອັນຕະລາຍໃນການບໍລິໂພກນໍ້າຕານທຽມວ່າ ບໍ່ໄດ້ຊ່ວຍໃນເລື່ອງການຄວບຄຸມນໍ້າໜັກ ແຕ່ເພີ່ມຄວາມສ່ຽງຕໍ່ຫລາຍພະຍາດ ເປັນຕົ້ນແມ່ນ ເບົາຫວານ,ຫົວໃຈ ແລະ ຫລອດເລືອດ,ທ ຄວາມດັນເລືອດສູງ ແລະ ຍິ່ງເພີ່ມຄວາມສ່ຽງຕໍ່ການເສຍຊີວິດໃນກຸ່ມຜູ້ໃຫຍ່
.
ແນວໃດກໍຕາມ າແນະນໍານີ້ບໍ່ໄດ້ລວມຜູ້ທີ່ເປັນພະຍາດເບົາຫວານ ແລະ ບໍ່ລວມເຖິງນໍ້າຕານທຽມທີ່ປະສົມໃນຜະລິດຕະພັນດ້ານສຸຂະພາບອື່ນໆເຊັ່ນ ຍາຖູແຂ້ວ, ຄີມທາຜິວ ແລະ ຜະລິດຕະພັນກ່ຽວກັບຢາ
.