4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ

   4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ - 348898693 2473546389487946 3481852323144938902 n -    4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ
   4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ - kitchen vibe -    4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2023 ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າບັນດາກະຊວງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023.

ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານໄດ້ລາຍງານໃຫ້ຮູ້ວ່າ: ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ດັ່ງລຸ່ມນີ້:

  1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດສະຫຼຸບວຽກງານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023 ຂອງລັດຖະບານ ກໍຄື ສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ຄວາມຄືບໜ້າການກະ ກຽມ ຈັດປີທ່ອງທ່ຽວລາວ ປີ 2024. ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ. ພ້ອມກັນນີ້, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂວຽກງານຈຳນວນໜຶ່ງ ຢ່າງເຂັ້ມງວດ ແລະ ເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ເປັນຕົ້ນ ບັນຫາອັດຕາເງິນເຟີ້, ການຄຸ້ມຄອງອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ, ການປະຕິບັດນະໂຍບາຍປະຢັດ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການແກ້ໄຂຫາງສຽງບໍ່ດີໃນສັງຄົມ, ແຜນການຄຸ້ມຄອງ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າ ແຕ່ລະໄລຍະ, ການຕິດຕາມກວດກາ ແລະ ປະເມີນຄືນ ໂຄງການລົງທຶນຕ່າງໆ ລວມທັງ ການອະນຸຍາດ ໃຫ້ນັກລົງທຶນສຳປະທານ ໃນກິດຈະການທີ່ມີເນື້ອທີ່ຫຼາຍ ແລະ ອາຍຸສຳປະທານຫຼາຍປີ, ການຊົດເຊີຍ ແລະ ສ້າງອາຊີບທີ່ຍືນຍົງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການພັດທະນາ. ນອກຈາກນັ້ນ ໃຫ້ຄະນະຮັບຜິດຊອບກະກຽມ ຈັດປີທ່ອງທ່ຽວລາວ ປີ 2024 ຄົ້ນຄວ້າຈັດກອງປະຊຸມສຳມະນາຮ່ວມກັບຜູ້ປະກອບການ ແລະ ຖອດຖອນບົດຮຽນຂອງບັນດາປະເທດ ທີ່ເຮັດໄດ້ດີໃນວຽກງານດັ່ງກ່າວ; ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມສະພາບການພາກພື້ນ ແລະ ສາກົນ, ລວມທັງ ການກະກຽມທັດສະນະຕ່າງໆ ຕໍ່ບັນຫາທີ່ເກີດຂຶ້ນ ຢ່າງທັນການ. ສຳລັບຂໍ້ສະເໜີ ຂອງແຂວງຈຳນວນໜຶ່ງ ແມ່ນໃຫ້ຂະແໜງ ການກ່ຽວຂ້ອງ ຄົ້ນຄວ້າແກ້ໄຂ ແລ້ວແຈ້ງໃຫ້ແຂວງຊາບ. ຖ້າບັນຫາໃດເກີນສິດ ແມ່ນໃຫ້ຄົ້ນຄວ້າລາຍງານລັດຖະບານ ເພື່ອມີທິດຊີ້ນຳ ໃນຂັ້ນຕໍ່ໄປ.
  2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວ ຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ. ກອງປະຊຸມ ຊີ້ນຳກະຊວງການຕ່າງປະເທດ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຮັດກຸມ, ລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ ລວມທັງ ຊື່ດຳລັດ ໃຫ້ສັ້ນກະທັດຮັດ ແລະ ສອດຄ່ອງກັັບວຽກງານຕົວຈິງ. ພາຍຫຼັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ເພື່ອນໍາສະເໜີຕໍ່ລັດຖະບານ ພິຈາລະນາ ປະກາດນຳໃຊ້ ໃນຂັ້ນຕໍ່ໄປ.
  3. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງນິຕິກຳ ກ່ຽວກັບການຈັດ ຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ. ກອງປະຊຸມ ຊີ້ນຳທະນາຄານ ແຫ່ງ ສປປ ລາວ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ປັບປຸງໂຄງຮ່າງ ແລະ ຮຽບຮຽງ ເນື້ອໃນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງນິຕິກຳນີ້ ຈະກຳນົດເປັນນິຕິກຳປະເພດໃດ, ການຈັດລຽງເນື້ອໃນ ກໍ່ຄືໂຄງຮ່າງນິຕິກຳ, ການກຳນົດເນື້ອໃນ ແມ່ນເນັ້ນໜັກການຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ແລະ ສະເໜີລັດຖະບານ ພິຈາລະນາ ປະກາດນຳໃຊ້ ໃນຂັ້ນຕໍ່ໄປ.
  4. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົານິຕິກໍາ ຂົງເຂດແຮ່ທາດ ຄື: ຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035; ແລະ ຮ່າງດຳລັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດ ກ່ຽວກັບແຮ່ທາດ. ຕໍ່ສອງຮ່າງນິຕິກຳດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງຍຸດທະສາດ ໃຫ້ສອດຄ່ອງ ແລະ ກົມກຽວກັບຍຸດທະສາດ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ເນື້ອໃນຂອງຍຸດທະສາດ ຕ້ອງໃຫ້ກຳນົດແຈ້ງ ກ່ຽວກັບບັນດາປະເພດຂອງແຮ່ທາດ; ສິ່ງສໍາຄັນ ແຮ່ທາດທີ່ສາມາດຂຸດຄົ້ນມານຳໃຊ້ໄດ້ ຕ້ອງເປັນແຮ່ທາດ ທີ່ມີເສດຖະກິດສູງ, ມີປະລິມານແຮ່ທາດຈໍານວນຫຼາຍ ສາມາດນໍາໃຊ້ໄດ້ຍາວນານ, ຮັບປະກັນຄວາມຍືນຍົງ ສິ່ງສໍາຄັນ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ, ລວມທັງ ໃຫ້ປະເມີນການຈັດຕັ້ງປະຕິບັດ ໂຄງການລົງທຶນ ກ່ຽວກັບແຮ່ທາດ ເພື່ອເປັນຂໍ້ມູນ ໃນການກຳນົດຍຸດທະສາດ. ສຳລັບຮ່າງດຳລັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດ ກ່ຽວກັບແຮ່ທາດ ແມ່ນໃຫ້ກຳນົດເນື້ອໃນ ມີຄວາມກົມກຽວໄປລວງດຽວກັນ, ກຳນົດບົດບາດການມີສ່ວນຮ່ວມ ໃນການຄຸ້ມຄອງກອງທຶນ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ແຕ່ລະຂັ້ນ ຢ່າງຈະແຈ້ງ, ພ້ອມກັນນັ້ນ ກໍ່ຊຸກຍູ້ໃຫ້ພາກທຸລະກິດ ແລະ ເຈົ້າຂອງໂຄງການ ເປັນເຈົ້າການປະກອບສ່ວນປະຕິບັດພັນທະ ໃຫ້ແກ່ລັດຖະບານ ກໍ່ຄື ອົງການປົກຄອງທ້ອງຖິ່ນ ໃຫ້ຖືກຕ້ອງຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍງົບປະມານ ແລະ ນິຕິກຳ ທີ່ກ່ຽວຂ້ອງ.

 

   4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ - 5 -    4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ
   4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ - 4 -    4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ
   4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ - 3 -    4 ຫົວຂໍ້ສໍາຄັນ ທີ່ລັດຖະບານພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ