ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ

ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ - 348682725 787917982850167 4407981827248537200 n e1684910780156 - ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ
ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ - kitchen vibe - ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ
ວົງການເຕະບານ ອິນໂດເນເຊຍ ມີເລື່ອງດີໆຕໍ່ເນື່ອງ ຈາກການຄວ້າຫຼຽນຄຳກິລາເຕະບານຊາຍ ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ດ້ວຍຄວາມພາກພູມໃຈ ຫຼ້າສຸດມີການປະກາດຂ່າວດີຕື່ມອີກວ່າ ທັບນັກເຕະທີມຊາດອາກຊັງຕິນ ຊຸດຄວ້າແຊ໋ມໂລກຄັ້ງຫຼ້າສຸດ ນຳໂດຍ ລິໂອເນວ ເມດຊີ ກອງໜ້າຊູເປີສະຕາຈາກສະໂມສອນ ປາຣີດ ແຊງແຊກແມງ ຫຼື ເປແອັດເຊ ຈະເດີນທາງມາເຕະບານນັດອຸ່ນເຄື່ອງກັບ ທີມຊາດອິນໂດເນເຊຍ ໃນວັນທີ 19 ມິຖຸນາ 2023.
ຢ່າງໃດກໍຕາມ, ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດອິນໂດເນເຊຍ ແລະ ສະຫະພັນບານເຕະແຫ່ງຊາດຍີ່ປຸ່ນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ຫຼື MOU ໂດຍຕາງໜ້າລົງນາມຂອງ ທ່ານ ເອຣິກ ໂທເຮຍ ປະທານສະຫະພັນບານເຕະແຫ່ງຊາດອິນໂດເນເຊຍ ແລະ ທ່ານ ໂຄໂຊະ ທາຊິມະ ປະທານສະຫະພັນບານເຕະແຫ່ງຊາດຍີ່ປຸ່ນ.
ທັງນີ້, MOU ມີ 3 ຫົວຂໍ້ຫຼັກ ຄື: ເຮັດວຽກຮ່ວມກັນໃນການພັດທະນາເຕະບານຍິງ, ສົ່ງເສີມການຈັດການທີມຊາດເພື່ອພັດທະນາທີມຊາດອິນໂດເນເຊຍ ໂດຍສຶກສາການຈັດການແຂ່ງຂັນເພື່ອປຽບທຽບ ແລະ ຮ່ວມມືດ້ານຜູ້ຕັດສິນໂດຍ ຍີ່ປຸນ ຈະສົ່ງຜູ້ຕັດສິນໄປເຮັດໜ້າທີ່ ທີ່ອິນໂດເນເຊຍ.
ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ - 4 - ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ
ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ - 5 - ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ
ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ - 3 - ຍີ່ປຸ່ນ ຊ່ວຍເຫລຶອພັດທະນາວົງການເຕະບານອິນໂດເນເຊຍ