ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023

ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023 - 348616614 1672863469864439 6786716363731379860 n - ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023
ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023 - kitchen vibe - ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2023  ຈັດຂຶ້ນໃນວັນທີ 23 ພຶດສະພາ 2023 ນີ້ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຊິ່ງກອງປະຊຸມດັ່ງກ່າວໄດ້ພິຈາລະນາຫລາຍບັນຫາ ແລະ ໄດ້ວາງ ແຜນວຽກຈຸດສຸມໃນເດືອນມິຖຸນາ ດັ່ງນີ້:

  1. ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບຕາມບໍລິ ເວນຊາຍແດນ, ພ້ອມທັງ ສືບຕໍ່ສຸມໃສ່ວຽກ ງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ນອກນັ້ນ ກໍ່ສືບຕໍ່ຕິດຕາມສະພາບໄຟໄໝ້ລາມປ່າ, ຖ້າເກີດມີຈຸດໃດ ກໍ່ຮີບຮ້ອນສົມທົບກັບອຳນາດການປົກຄອງທ້ອງຖິ່ນ ດັບມອດໄຟໃຫ້ໄວ.
  2. ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແຂງແຮງກ່ວາເກົ່າ ເປັນຕົ້ນ: ບັນຫາປຸ້ນຈີ້, ຊີງຊັບ, ລັກຊັບ, ຄ້າຂາຍຢາເສບຕິດ, ຄ້າມະນຸດ, ອຸປະຕິເຫດ, ນັກເລງອັນຕະພານ, ກຸ່ມແກ້ງລັກລົດຈັກ ແລະ ຂີ່ລົດກວນເມືອງ ມີລັກສະນະເພີ່ມຂຶ້ນ ແລະ ຮ້າຍແຮງຂຶ້ນ ແບບບໍ່ເກງກົວຕໍ່ກົດໝາຍບ້ານເມືອງ ແລະ ໃຫ້ມີມາດຕະການລົງໂທດໃຫ້ໜັກຂຶ້ນ ໂດຍສະເພາະ ກໍລະນີຜູ້ກະທຳຜິດ ທີ່ບໍ່ເຂັດບໍ່ຫຼາບ.
  3. ວຽກງານເສດຖະກິດ: ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍໃຫ້ກະຊວງ-ອົງການກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາໜ້າວຽກສຳຄັນ ດັ່ງນີ້:

(1) ສືບຕໍ່ຈັດຕັ້ງຜັນຂະຫຍາຍການຕົກລົງ ແລະ ຊີ້ນຳຂອງລັດຖະບານ ກ່ຽວກັບການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ; ສືບຕໍ່ສຸມໃສ່ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫຼື ລື່ນແຜນກ່ວາເກົ່າ ໂດຍສຸມໃສ່ການຫັນການເກັບລາຍຮັບ ເປັນທັນສະໄໝ ໂດຍສະເພາະ ການຫັນເປັນທັນສະໄໝ ໃນການເກັບຄ່າທຳນຽມ, ຄ່າບໍລິການ ແລະ ການເກັບລາຍຮັບຢູ່ ດ່ານສາກົນ; ສືບຕໍ່ສຸມໃສ່ປັບປຸງ ແລະ ສ້າງນິຕິກໍາໃໝ່ ກ່ຽວກັບການເກັບຖານລາຍຮັບໃໝ່ ເປັນຕົ້ນ: ອາກອນທີ່ດິນ, ຄ່າຊັກພິເສດ ໃນການສົ່ງອອກຊັບພະຍາກອນທໍາມະຊາດ, ອາກອນນໍາເຂົ້າສິນຄ້າຟູມເຟືອຍທີ່ບໍ່ຈໍາເປັນ ແລະ ອື່ນໆ; ສືບຕໍ່ແກ້ໄຂບັນຫາຊ່ອງຫວ່າງລາຍຈ່າຍຊໍ້າຊ້ອນ ທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ.

ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023 - Visit Laos Visit SALANA BOUTIQUE HOTEL - ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023

(2) ສືບຕໍ່ປັບປຸງບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ຂາດຕົວ 3 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ເພື່ອກະກຽມລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 6, ສະໄໝທີ XI ແລະ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້. ພ້ອມກັນນີ້ ກໍສືບຕໍ່ກະກຽມສະຫຼຸບກາງສະໄໝ ການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ, ເແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX;

– ສືບຕໍ່ປະເມີນຄືນໂຄງການແຮ່ທາດທົດລອງ ແລະ ໂຄງການແຮ່ທາດປົກກະຕິ ໃຫ້ສຳເລັດ ແລະ ລາຍງານຜົນການກວດກາໃຫ້ລັດຖະບານຊາບ.

(3) ສຸມໃສ່ກວດກາ, ຕິດຕາມ ແລະ ຊຸກຍູ້ການສົ່ງອອກແຮ່ທາດ (ທັງທົດລອງ ແລະ ປົກກະຕິ), ໃນນັ້ນ ສຸມໃສ່ກວດກາຄຸນນະພາບແຮ່ເຫຼັກ ທີ່ສົ່ງອອກ ເພື່ອບໍ່ໃຫ້ມີຊ່ອງຫວ່າງສວຍໃຊ້; ສຸມໃສ່ຊຸກຍູ້ຕິດຕາມການສົ່ງອອກແຮ່ຫາຍາກ ໂດຍໃຫ້ແຕ່ງໜ່ວຍງານຮັບຜິດຊອບຄັກແນ່; ສຸມໃສ່ຊຸກຍູ້ບັນດາໂຄງການພະລັງງານ ຢູ່ເຂດພາກໃຕ້ ເປັນຕົ້ນ ພະລັງງານແສງຕາເວັນ, ພະລັງງານລົມ ພະລັງງານຄວາມຮ້ອນ ທີ່ຈະສົ່ງອອກໃຫ້ກໍາປູເຈຍ ທີ່ໄດ້ເຊັນສັນຍາຊື້-ຂາຍໄຟຟ້າຮ່ວມກັນແລ້ວ.

(4) ຄົ້ນຄວ້າມາດຕະການຕ່າງໆ ເພື່ອຄຸ້ມຄອງອັດຕາແລກປ່ຽນ ໃຫ້ໝັ້ນທ່ຽງ; ໃຫ້ຮີບຮ້ອນປັບປຸງ ຮ່າງຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ທີ່ຜ່ານກອງປະຊຸມລັດຖະບານເທື່ອນີ້ ໃຫ້ສຳເລັດ ແລະ ເຊັນປະກາດໃຊ້ໄວ. ຄຽງຄູ່ກັນນັ້ນ ກໍໃຫ້ຄົ້ນຄ້ວາມາດຕະການຕົວຈິງ ໃນການບັງຄັບໃຊ້ຄຳສັ່ງດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສຳເລັດສູງ; ສືບຕໍ່ສົມທົບກັບພາກ ສ່ວນກ່ຽວຂ້ອງ ຈັດສຳມະນາລະດົມຄວາມຄິດເຫັນຕໍ່ກັບມາດຕະການຕ່າງໆ ທີ່ປິ່ນອ້ອມໃຫ້ເປັນລະບົບຄົບຊຸດ.

(5) ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີມາດຕະການຕົວຈິງ ເພື່ອບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະແມ່ນກໍານົດໂຄງປະກອບລາຄາສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ລາຍການສິນຄ້າທີ່ຕ້ອງໄດ້ຕິດຕາມການເໜັງຕີງ ຂອງລາຄາສິນຄ້າ ໃຫ້ຮູ້ໄດ້ເຖິງສາເຫດການຂຶ້ນ-ລົງ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ ລວມທັງເອົາໃຈໃສ່ໃນການສະໜອງນໍ້າມັນເຊື້ອໄຟ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນສິນຄ້າທົດແທນການນໍາເຂົ້າ ແລະ ຊຸກຍູ້ການສົ່ງອອກ.

– ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຜົນ ກອງປະຊຸມທຸລະກິດລາວ ປະຈຳປີ 2023 ໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນການແກ້ໄຂຫົວຂໍ້ທີ່ຍັງຄົງຄ້າງ ແລະ ຍັງບໍ່ທັນໄດ້ແກ້ໄຂ. ຄົ້ນຄ້ວາມາດຕະການນຳເຂົ້າສິນຄ້າ ທີ່ພວກເຮົາບໍ່ສົ່ງເສີມ ຫຼື ທີ່ພວກເຮົາສາມາດຜະລິດໄດ້ແລ້ວ ໂດຍຄົ້ນຄ້ວາມາດຕະການທາງດ້ານເສດຖະກິດ ທີ່ບໍ່ຂັດກັບລະບຽບການຄ້າສາກົນ ທີ່ເຮົາເປັນພາຄີ.

  1. ວຽກງານວັດທະນະທຳ-ສັງຄົມ:

(1) ສືບຕໍ່ສຸມໃສ່ແກ້ໄຂສະພາບການວ່າງງານ ໂດຍເກັບກໍາຂໍ້ມູນຄວາມຕ້ອງການດ້ານແຮງງານ ຂອງແຕ່ລະສາຂາອາຊີບ ເພື່ອຈັດເຂົ້າສູ່ການຈ້າງງານໃຫ້ໄວ ພ້ອມທັງ ຍົກສູງການພັດທະນາສີມືແຮງງານ ຕິດພັນການດຸ່ນດ່ຽງແຮງງານ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ຊຸກຍູ້ໃຫ້ເຂົ້າສູ່ລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນ.

(2) ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ເພື່ອຈັດສຳມະນາລະດົມຄວາມຄິດເຫັນ ກ່ຽວກັບວິທີທາງ ແລະ ກິດຈະກຳຕົວຈິງ ໃນປີທ່ອງທ່ຽວລາວ ປີ 2024, ພ້ອມທັງ ສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ; ສືບຕໍ່ຕິດ ຕາມຫາງສຽງຂອງສັງຄົມ ຜ່ານສື່ມວນຊົນຕ່າງໆ ແລະ ຕອບໂຕ້ຂ່າວປອມທີ່ບິດເບືອນຄວາມຈິງ ລວມທັງຂ່າວທີ່ບໍ່ດີຕໍ່ການທ່ອງທ່ຽວລາວ ໃຫ້ທັນການ ແລະ ຊັດເຈນຂຶ້ນ.

(3) ຮີບຮ້ອນສົມທົບກັບພາກສ່ວນກ່ຽວ ຂ້ອງຄົ້ນຄວ້າມາດຕະການແກ້ໄຂບັນຫາຄູອາສາສະໝັກ ຢູ່ເຂດຊົນນະບົດລາອອກ ແລະ ບັນຫາການປະລະການຮຽນເພີ່ມ ຂຶ້ນ ເພື່ອລາຍງານຕໍ່ກອງປະຊຸມລັດຖະ ບານ ເປີດກວ້າງ ຄັ້ງທີ 1 ປີ 2023 ທີ່ຈະຈັດຂຶ້ນໃນທ້າຍເດືອນມິຖຸນາ ນີ້.

  1. ການແກ້ໄຂບັນຫາໄຟໄໝ້ລາມປ່າ:

– ຮີບຮ້ອນສົມທົບກັບອົງການປົກຄອງທ້ອງຖິ່ນ ເປັນເຈົ້າການຕິດຕາມ, ປະເມີນ ບັນຫາສະພາບໄຟໄໝ້ລາມປ່າ ແລະ ມີມາດຕະການແກ້ໄຂຢ່າງທັນການກວ່າເກົ່າ, ໃຫ້ຖອດຖອນບົດຮຽນບໍ່ໃຫ້ມີສະ ພາບດັ່ງກ່າວ ເກີດຂຶ້ນອີກ. ພ້ອມກັນນັ້ນ ກໍໃຫ້ກວດຄືນສາເຫດຂອງໄຟໄໝ້ປ່າໃນແຕ່ລະບ່ອນຜ່ານມາ, ອັນໃດແມ່ນເກີດຈາກການບຸກລຸກປ່າທີ່ກົດໝາຍຫວງຫ້າມ ແມ່ນໃຫ້ມີມາດຕະການເດັດຂາດ ແລະ ເຂັ້ມງວດຕໍ່ຜູ້ທີ່ລະເມີດ.

– ໃຫ້ອົງການປົກຄອງນະຄອນຫຼວງວຽງ ຈັນ ແລະ ບັນດາແຂວງ ເປັນເຈົ້າການແຈ້ງໃຫ້ບັນດາເມືອງ ແລະ ບ້ານຕ່າງໆ ໃຫ້ມີການເຝົ້າລະວັງ, ພ້ອມທັງເພີ່ມທະວີການປູກຈິດສຳນຶກຂອງປະຊາຊົນ ເຫັນຜົນຮ້າຍ ແລະ ເຜີຍແຜ່ບັນດານິຕິກຳຂອງລັດຖະບານ ໃຫ້ປະຊາຊົນຢຸດຕິການຈູດປ່າໃນໄລຍະນີ້້ຢ່າງເດັດຂາດ, ຖ້າເກີດມີເຫດການໄຟໄໝ້ປ່າຢູ່ບ້ານໃດ ກໍມອບໃຫ້ເປັນເຈົ້າການຄວບຄຸມບໍ່ໃຫ້ແຜ່ລາມໄປເຂດອື່ນ ພ້ອມທັງ ໃຫ້ມີການສືບຮູ້ຜູ້ກະທຳຜິດ ເພື່ອເອົາມາລົງໂທດຕາມກົດ ໝາຍ ຢ່າງເຂັ້ມງວດ.

  1. ວຽກງານການຕ່າງປະເທດ:

ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ ລວມທັງ ບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ; ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ສຸດຍອດຄະນະກໍາມາທິການແມ່ນ້ຳຂອງສາກົນ ຄັ້ງທີ IV, ຜົນການພົບປະລະຫວ່າງ ສອງນາຍົກລັດຖະມົນຕີລາວ-ຫວຽດ ນາມ; ກະກຽມການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ, ຂອງລັດ ກໍ່ຄື ການກະກຽມຕ້ອນຮັບການນຳ ແລະ ຄະນະຜູ້ແທນຂັ້ນສູງ ຈາກຕ່າງປະເທດ ທີ່ຈະມາຢ້ຽມ ຢາມລາວ.

 

ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023 - 5 - ແຜນວຽກງານຈຸດສຸມຂອງລັດຖະບານ ປະຈຳເດືອນມິຖຸນາ 2023
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!