ເມືອງທຸລະຄົມ ເຂັ້ມງວດ ຕັ້ງຈຸດກວດກາ ບໍ່ໃຫ້ລົດບັນທຸກໝັກເຂົ້າຜ່ານຕົວເມືອງ ໂດຍໃຫ້ເວັ້ນໄປຕາມແຕ່ລະຈຸດ
ວັນທີ 24 ພຶດສະພາ 2023 ນີ້ ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ພະແນກຕໍາຫລວດກອງບັນຊາການ ປກສ ເມືອງທຸລະຄົມ ແຂວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງໄດ້ລົງໄປປະຕິບັດໜ້າທີ່ຕັ້ງຈຸດກວດກາຢູ່ທີ່ສາມແຍກບ້ານນາໝາກ ເພື່ອແນະນໍາໃຫ້ຜູ້ຂັບຂີ່ລົດບັນທຸກໝັກບໍ່ໃຫ້ຂັບຂີ່ພາຫະນະເຂົ້າຜ່ານຕົວເມືອງ ນັບຕັ້ງແຕ່ຈຸດສາມແຍກນາໝາກໄປຫາທາງເວັ້ນລົດໜັກເຂດວິທະຍາໄລຄູ ບ້ານເກິນເໜືອ, ໂດຍໃຫ້ລົດບັນທຸກໄປຕາມທາງເວັ້ນແຕ່ຈຸດສາມແຍກບ້ານບໍ່ລັດໄປຫາທາງແຍກເຂດວິທະຍາໄລຄູ ບ້ານເກິນເໜຶອ. ທັງນີ້ກໍເພື່ອຫລຸດຜ່ອນຄວາມສ່ຽງຕໍ່ການເກີດອຸບັດເຫດ ແລະ ກໍລະນີອື່ນໆ ທີ່ເກີດຂຶ້ນ, ເນື່ອງຈາກເສັ້ນທາງເລກ 10 ມີລັກສະນະຄັບແຄບ ແລະ ຫລຸດຜ່ອນບໍ່ໃຫ້ລົດແອອັດໃນເຂດຕົວເມືອງ.
ສໍາລັບເສັ້ນທາງເວັ້ນລົດບັນທຸກໝັກທີ່ກ່າວມາ, ໃນປັດຈຸບັນ ກໍຄືໄລຍະຜ່ານມາແມ່ນເປ່ເພເປັນບວກ, ເປັນຂຸມຫຼາຍຈຸດ, ໂດຍສະເພາະຍາມຝົນເສັ້ນທາງເປ່ເພ ເຊີ່ງການນໍາຂອງເມືອງ ໄດ້ສ້ອມແປງແກ້ໄຂຫລາຍຄັ້ງແລ້ວ; ສ່ວນແຜນສ້ອມແປງ-ກໍ່ສ້າງໄລຍະຍາວນັ້ນ ອີງໃສ່ຄວາມສາມາດຂອງຂະແໜງການກ່ຽວຂ້ອງ, ເພາະກຳລັງແຮງຂອງເມືອງກໍມີຈໍາກັດ, ພ້ອມກັນນີ້ຂໍຮຽກຮ້ອງມາຍັງຜູ້ຂັບຂີ່ທຸກຄົນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ, ປະຕິບັດຕາມກົດໝາຍການຈະລາຈອນທາງບົກ, ຫລຸດຜ່ອນຄວາມໄວ, ຄ່ອຍໄປຄ່ອຍມາເພື່ອຄວາມປອດໄພຂອງທຸກຄົນ.