ເຮັດໃຫ້ບຸນອອກພັນສາປະວຳລະນາ ເປັນບ່ອນສົ່ງເສີມການທ່ອງທ່ຽວລາວ

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຫຼາຍຄົນກໍຄົງຈະຮູ້ດີແລ້ວວ່າຍັງອີກບໍ່ດົນ ມື້ບຸນອອກພັນສາປະວໍລະນາ ເຊິ່ງແມ່ນໜຶ່ງໃນຮີດ 12 ຄອງ 14 ຂອງປະເພນີລາວກໍຈະມາເຖິງແລ້ວ ນັ້ນຄືມື້ຂຶ້ນ 15 ຄໍ່າເດືອນ 11 ລາວ ເຊິ່ງກົງກັບວັນທີ 5 ຕຸລາ 2017 ນີ້ ແລະ ມື້ນັ້ນຊາວພຸດລາວໃນທົ່ວປະເທດຕ່າງກໍຈະໄດ້ຫາງຫາກະກຽມຈັດງານບຸນດັ່ງກ່າວ ດ້ວຍການຄົບງັນ, ຟັງເທດສະໜາ, ກະກຽມເຂົ້າຂອງເຄື່ອງສັງຄະທານ, ຕັກບາດຢາດນ້ຳ ຖວາຍແດ່ພະພິຂຸສົງ-ສາມະເມນ ແລະ ອື່ນໆຕາມຮີດຄອງປະເພນີ ແລະ ສິ່ງພິເສດໃນໂອກາດດັ່ງກ່າວແມ່ນການແຂ່ງຂັນຊ່ວງເຮືອ ອັນໄດ້ປະດັບໃຫ້ບຸນອອກພັນສາມີບັນຍາກາດຟົດຟື້ນຍິ່ງຂຶ້ນ. ແຕ່ໃນຜ່ານມານີ້ ເຖິງວ່າພວກເຮົາສາມາດຈັດຕັ້ງປະຕິບັດງານບຸນປະເພນີດັ່ງກ່າວມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນສາມາດສົ່ງເສີມ ແລະ ປົກປັກຮັກສາວັດທະນະທຳ ແລະ ປະເພນີອັນດີງາມຂອງຊາດ, ເປັນບ່ອນເຕົ້າໂຮມມວນຊົນ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດຢ່າງມີຜົນສຳເລັດ, ແຕ່ຖ້າເວົ້າໃນດ້ານການສົ່ງເສີມການທ່ອງທ່ຽວແລ້ວ ແມ່ນພວກເຮົາຍັງເຮັດໄດ້ໜ້ອຍ, ໃນຂະນະທີ່ຫຼາຍປະເທດໃຜໆກໍມີຄວາມສົນໃຈ ແລະ ຢາກໄດ້ມາສຳຜັດກັບງານບຸນປະເພນີດັ່ງກ່າວ ແລະ ສິ່ງນີ້ຍ້ອນຫຍັງ ? ນີ້ເປັນຄຳຖາມທີ່ຈະຕອບໄດ້ຍາກ, ຖ້າຖິ້ມໃສ່ວ່າຍ້ອນພວກເຮົາບໍ່ມີການໂຄສະນາຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອໃຫ້ແຂກບ້ານແຂກເມືອງໄດ້ຮັບຮູ້ ແລະ ເຂົ້າໃຈ ຢາກໄດ້ມາເບິ່ງມາຊົມກໍອາດຈະແມ່ນ ເພາະໃນຄວາມເປັນຈິງແລ້ວກໍບໍ່ແມ່ນສະເພາະແຕ່ບຸນອອກພັນສາ ຕະຫຼອດຮອດບຸນພະທາດຫຼວງ, ບຸນປີໃໝ່ລາວ ແລະ ອື່ນໆ ພວກເຮົາກໍຍັງເຮັດການໂຄສະນາບໍ່ທັນແຂງແຮງພໍ ແລະ ມີຫຼາຍກິດຈະກຳໃນງານປະເພນີດັ່ງກ່າວ, ຝ່າຍທ່ອງທ່ຽວເຮົາກໍຍັງບໍ່ທັນໄດ້ມີມາດຕະການເອົາເຂົ້າກັບລາຍການທ່ອງທ່ຽວໃດໜຶ່ງຢ່າງເປັນປະຈຳ, ຈຸດນີ້ພວກເຮົາກໍຄວນຄິດ ແລະ ການໂຄສະນາເພື່ອດຶງດູດຜູ້ມາທ່ຽວມາຊົມເດຈະເຮັດແນວໃດ ? ເອົາລະ ! ຍັງອີກບໍ່ດົນ ຄືປີໜ້ານີ້ລາວເຮົາຈະເປີດປີທ່ອງທ່ຽວ ແລະ ຫວັງວ່າຂະແໜງການຮັບຜິດຊອບຂອງເຮົາກໍອາດຈະມີແຜນແລ້ວ ເພື່ອຫັນເອົາງານບຸນປະເພນີຕ່າງໆທີ່ເປັນເອກະລັກຂອງຊາດເຂົ້າຕິດພັນກັບການທ່ອງທ່ຽວ ແລະ ຈະເປັນໂອກາດໜຶ່ງ ເພື່ອພວກເຮົາຈະສາມາດດຶງດູດການທ່ອງທ່ຽວລາວນັບມື້ພົ້ນເດັ່ນຂຶ້ນໃນພາກພື້ນ ແລະ ສາກົນ.