ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ

ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ - 0x0 - ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ
ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ - kitchen vibe - ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ

ໃຜທີ່ຖືກຍຸງກັດຕະຫລອດ ເປັນຍ້ອນສະບູ ຫລື ບໍ່?

ແຕ່ການວິໄຈພົບວ່າ ຍຸງກໍເລືອກກິ່ນສະບູເຊັ່ນກັນ! ແລ້ວກິ່ນແບບໃດທີ່ຍຸງມັກ ເຮົາຄວນຫລີກລ່ຽງກິ່ນໃດ ຖ້າບໍ່ຢາຖືກກັດ ມາເບິ່ງເລີຍ!!

ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ - Visit Laos Visit SALANA BOUTIQUE HOTEL - ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ
ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ - Visit Laos Visit SALANA BOUTIQUE HOTEL - ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ

.

ເຮົາອາດຈະເຄີຍໄດ້ຍິນທິດສະດີການເລືອກກັດຂອງຍຸງ ວ່າຍຸງມັກກັດຄົນເລືອດກຸຸບ O ຫລື ຄົນທີ່ມີເຫື່ອ, ແຕ່ມື້ນີ້ມີການວິໄຈໃໝ່ແລ້ວວ່າ ຂະໜາດກິ່ນສະບູທີ່ເຮົາອາບນໍ້າຢູ່ນັ້ນ ກໍສົ່ງຜົນເຮັດໃຫ້ຍຸງເລືອກກັດເຮົາໄດ້ເຊັ່ນກັນ!

.

ເຊິ່ງທີມນັກວິໄຈໄດ້ໃຫ້ຜູ້ຮ່ວມທົດສອບ ລອງໃຊ້ສະບູຂອງຍີ່ຫໍ້ຕ່າງໆ ແລະ ຜົນການທົດລອງ ທັງກ່ອນ ແລະ ຫລັງໃຊ້, ພົບວ່າມີບາງກິ່ນທີ່ຖືກໃຈຍຸງກວ່າຕອນທີ່ບໍ່ທັນໃຊ້ສະບູກອີກ

.

ເຊິ່ງກິ່ນທີ່ຍຸງມັກທີ່ສຸດສ່ວນຫລາຍຈະເປັນກິ່ນດອກໄມ້ ເພາະປົກກະຕິແລ້ວຍຸງກໍມັກກິນນໍ້າຫວານຈາກດອກໄມ້ເຊັ່ນກັນ ແລະ ຜູ້ທີ່ໃຊ້ສະບູກິ່ນດອກໄມ້ກໍເລີຍຕົກເປັນເປົ້າສາຍຕາຂອງຍຸງທັນທີ

.

ສ່ວນກິ່ນທີ່ຍຸງບໍ່ມັກກໍຈະເປັນສະບູທີ່ມີສ່ວນປະກອບດຽວກັບຢາກັນຍຸງເຊັ່ນ: ຫົວສີໄຄ, ໝາກນາວ, ແລະ ຢູຄາລິບຕັດ ແຕ່ເຖິງແມ່ນວ່າການເລືອກກິ່ນສະບູຈະຊ່ວຍບໍ່ໃຫ້ເຮົາຕົກເປັນເປົ້າສາຍຕາຂອງຍຸງໄດ້

.

ແຕ່ການແກ້ບັນຫາທີ່ຕົ້ນເຫດກໍຈະເປັນການດີ ຖ້າແຖວເຮືອນໃຜມີຍຸງຫລາຍກໍລອງສັງເກດວ່າຈຸດໃດທ່ເປັນນໍ້າຂັງ ແລະ ຄວນທໍາລາຍແຫລ່ງນໍ້ານັ້ນຖິ້ມ ຫລື ຄຸມໄວ້ບໍ່ໃຫ້ຍຸງວາງໄຂ່ໃສ່, ຍິ່ງເຂົ້າຊ່ວງຍາມຝົນແບບນີ້ຍິ່ງຈະມີຍຸງຫລາຍ ຄວນປ້ອງກັນຕົນເອງ ທັງຕົ້ນເຫດ ແລະ ປາຍເຫດເດີ້

.

ຂໍ້ມູນຈາກ

ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ - 5 - ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ
ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ - 3 - ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ
ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ - 4 - ຍຸງກັດຕະຫລອດອາດບໍ່ແມ່ນຍ້ອນ ກຸບເລືອດ ຫລື ກິ່ນເຫື່ອ