ຕັ້ງໃຈເປີດປະຕູເຮືອບິນ Asiana ກາງອາກາດ ເຮັດໃຫ້ຜູ້ໂດຍສານຫລາຍຄົນຕື່ນຕົກໃຈ ຫລ້າສຸດຖືກຈັບແລ້ວ

ວັນທີ 26 ພຶດສະພາ, ເກີດເຫດສະເທືອນຂວັນຂຶ້ນ ເມື່ອປະຕູເຮືອບິນ Airbus A321-200 ຂອງສາຍການບິນ Asiana ເປີດອອກໃນເວລາທີ່ເຮືອບິນຍັງບິນຢູ່ກາງອາກາດ ໃນເວລາກຽມລົງຈອດຢູ່ສະໜາມບິນຂອງເມືອງແທກູ ຂອງ ສ.ເກົາຫລີ ສົ່ງຜົນໃຫ້ເກີດກະແສລົມແຮງພັດເຂົ້າມາໃນຫ້ອງໂດຍສານ ທ່າມກາງຄວາມຢ້ານກົວຂອງບັນດາຜູ້ໂດຍສານຕໍ່ເຫດການທີ່ບໍ່ຄາດຝັນ.
ຫລ້າສຸດສາຍການບິນອອກມາເປີດເຜີຍຕໍ່ສໍານັກຂ່າວ AFP ວ່າ: ສາເຫດທີ່ເກີດຂຶ້ນບໍ່ແມ່ນຍ້ອນລະບົບຂອງເຮືອບິນຂັດຂ້ອງ, ແຕ່ໃນເວລາທີ່ເຮືອບິນກໍາລັງບິນສູງໃນລະດັບ 250 ແມັດເໜືອພື້ນດິນ ມີຜູ້ໂດຍສານຊາຍອາຍຸ 33 ປີຄົນໜຶ່ງທີ່ນັ່ງໃກ້ປະຕູສຸກເສີນຂອງເຮືອບິນ “ຕັ້ງໃຈເປີດປະຕູດ້ວຍຕົນເອງ” ເຊິ່ງຊາຍຄົນດັ່ງກ່າວຖືກຈັບແລ້ວ ແລະ ເຈົ້າໜ້າທີ່ຕໍາຫລວດກໍາລັງດໍາເນີນການສືບສວນຕໍ່ໄປ.
ລາຍງານຈາກສໍານັກຂ່າວ Yonhap ລະບຸວ່າ: ຂະນະທີ່ຜູ້ຖືກສົງໄສພະຍາຍາມດຶງມືຈັບເພື່ອເປີດປະຕູເຮືອບິນນັ້ນ ພະນັກງານຕ້ອນຮັບໃນເຮືອບິນອາດບໍ່ທັນເຫັນເຫດການ ເນື່ອງຈາກຢູ່ໃນໄລຍະກໍາລັງກຽມຕົວເພື່ອນໍາເອົາເຮືອບິນລົງຈອດ. ຂະນະທີ່ຕໍາຫລວດເປີດເຜີຍວ່າ: ຊາຍຄົນດັ່ງກ່າວບໍ່ໄດ້ເມົາເຫລົ້າໃນເວລາກໍ່ເຫດ, ແຕ່ຍັງບໍ່ຍອມບອກສາເຫດວ່າເປັນຫຍັງຈຶ່ງເຮັດແບບນັ້ນ ໂດຍລາວເດີນທາງມາພຽງລໍາພັງໃນຖ້ຽວບິນດັ່ງກ່າວ.
ໃນທີ່ສຸດກັບຕັນກໍສາມາດນໍາເອົາເຮືອບິນລົງຈອດໄດ້ຢ່າງປອດໄພ ແລະ ເຄາະດີທີ່ຜູ້ໂດຍສານ ແລະ ຈຸບິນທັງໝົດ 194 ຄົນບໍ່ມີໃຜຫລຸດອອກຈາກເຮືອບິນ ຫລື ໄດ້ຮັບບາດເຈັບໜັກ, ແຕ່ມີຜູ້ໂດຍສານ 12 ຄົນຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍ ເພາະຫລາຍຄົນມີອາການຫາຍໃຈບໍ່ອອກ ເນື່ອງຈາກຊັອກຕໍ່ເຫດການທີ່ເກີດຂຶ້ນ.
ອ້າງອີງ:
https://en.yna.co.kr/view/AEN20230526006253315?section=national/national
https://www.barrons.com/…/passenger-opens-plane-door…
https://www.bbc.com/news/world-asia-65705276