ອຢ ໄທ ເຕືອນພົບສານສະເຕຣອຍ ໃນເຄື່ອງດື່ມສະໝູນໄພໂສມ ປະສົມກະຊາຍດຳ ກາເທພີ ຫລັງທີ່ໂຄສະນາເກີນຈິງ

ວັນທີ 26 ພຶດສະພາ 2023 ນີ້, ສຳນັກງານຄະນະກຳມະການອາຫານ ແລະ ຢາ ຫຼື ອຢ ຂອງໄທ ອອກປະກາດເຜີຍແພ່ການກວດສອບຄວາມເປັນຈິງການຈຳໜ່າຍຜະລິດຕະພັນ ເຄື່ອງດື່ມສະໝູນໄພໂສມປະສົມກະຊາຍດຳ ກາເທພີ ເລກທີ 40-2-00658-2-0012 ຊັບພະຄຸນແກ້ປວດຕາມຂໍ້, ປວດຫລັງ, ປວດແອວ, ພູມແພ້, ກະດູກທັບເສັ້ນປະສາດ, ແກ້ປວດປະຈຳເດືອນ, ຂັບສານພິດອອກຈາກຮ່າງກາຍໄດ້,
ເມື່ອນຳຜະລິດຕະພັນດັ່ງກ່າວໄປກວດສອບເບື້ອງຕົ້ນພົບສານສະເຕຣອຍເຈືອປົນ ສຳລັບສານສະເຕຣອຍຈັດເປັນຢາຄວບຄຸມພິເສດ, ເຊິ່ງການໃຊ້ສານສະເຕຣອຍເປັນ ເວລາດົນຈະເຮັດໃຫ້ເກີດອັນຕະລາຍຕໍ່ລະບົບຕ່າງໆໃນຮ່າງກາຍເປັນຕົ້ນແມ່ນ: ມີຜົນຕໍ່ພູມຕ້ານທານຂອງຮ່າງກາຍ ເຮັດໃຫ້ຕິດເຊື້ອໄດ້ງ່າຍ, ເຍື່ອກະເພາະອາຫານບາງລົງ ເຮັດໃຫ້ເລືອດອອກໃນກະເພາະ, ມີຜົນຢັບຢັ້ງການຈະເລີນເຕີບໂຕຂອງຮ່າງກາຍ, ກະດູກຜ່ອຍ, ກ້າມຊີ້ນອ່ອນແຮງ, ແລະ ຫົວໃຈລົ້ມເຫລວໄດ້.
ສະນັ້ນ, ອຢ ໄທ ເຕືອນຜູ້ບໍລິໂພກບໍ່ໃຫ້ຊື້ຜະລິດຕະພັນດັ່ງກ່າວ, ຖ້າຫາກພົບການຈຳໜ່າຍ ຈະດຳເນີນການຕາມກົດໝາຍຕໍ່ໄປ.