ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ

ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ - 279792240 1433426980444572 1256170630557926528 n e1685095263120 - ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ
ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ - kitchen vibe - ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ

ລະດູແລ້ງກຳລັງຈະຜ່ານພົ້ນ ກ້າວເຂົ້າສູ່ລະດູຝົນ ມັກເກີດມີລົມພັດແຮງ, ຝົນຕົກ, ໝາກເຫັບຕົກຢູ່ໃນຫຼາຍທ້ອງຖິ່ນຂອງປະເທດເຮົາ ເຮັດໃຫ້ຕົ້ນໄມ້ຫັກໂຄ່ນ ລົ້ມທັບວັດຖຸສິ່ງຂອງ ທັງຊັບສິນຂອງລັດແລະຂອງປະຊາຊົນເສຍຫາຍຄືດັ່ງທີ່ປາກົດເຫັນທຸກໆປີຜ່ານມາ ຫລາຍໜ້ອຍແຕກຕ່າງກັນໄປ ໂດຍສະເພາະເວລາເສົາໄຟຟ້າຕາມແຄມທາງ ລັດຕ້ອງໄດ້ລົງທຶນຈຳນວນຫຼາຍເພື່ອສ້ອມແປງໃຫ້ກັບຄືນສູ່ສະພາບເດີມ ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ໂດຍໄວໃນການດຳລົງຊີວິດປະຈຳວັນ, ເວົ້າເລື່ອງເສົາໄຟຟ້າ ແລະສາຍໄຟຟ້າທີ່ຢັ່ງຢາຍຢູ່ຕາມຂອບເຂດຕົວເມືອງ ແລະ ຊົນນະບົດບາງແຫ່ງ ຜ່ານມາຄົນເຮົາຈຳນວນໜຶ່ງຍັງບໍ່ທັນຄຳນຶງເຖິງຄວາມເປັນອັນຕະລາຍຮ້າຍແຮງຂອງກະແສໄຟຕໍ່ຊີວິດ ແລະ ຊັບສິນຂອງລັດ ລວມໝູ່ ກໍຄືປະຊາຊົນທົ່ວໄປ ຫລາຍຄົນຍັງລົງມືປູກຕົ້ນໄມ້ ທັງໄມ້ຟຸ່ມ,ໄມ້ປະດັບ ແລະ ໄມ້ກິນໝາກ ຢູ່ກ້ອງແລວສາຍໄຟທັງໄຟແຮງຕ່ຳ, ແຮງກາງ ເປັນຈຳນວນຫລາຍ ຕົ້ນໄມ້ທີ່ປູກນັ້ນຫາກເປັນໄມ້ຟຸ່ມ ກໍຈະບໍ່ມີບັນຫາພໍປານໃດ ແຕ່ຫາກເປັນໄມ້ໃຫ້ໝາກຕົ້ນໃຫຍ່ຕົ້ນສູງເຊັ່ນ: ໝາກມີ້, ໝາກມ່ວງ, ໝາກລຳໄຍ, ໝາກພ້າວ ຫຼື ໄມ້ຢືນຕົ້ນປະເພດອື່ນຍ່ອມຈະມີບັນຫາຕໍ່ສາຍໄຟຟ້າໃນໄລຍະຍາວກໍເປັນໄດ້, ຜ່ານມາມັກມີປາກົດການ ໄຟຊ໊ອດ ໄຟແຕກ ແລະ ໄຟຕົກ ເກີດຂື້ນຢູ່ຫລາຍບ່ອນຍ້ອນມີຜົນກະທົບມາຈາກ ກິ່ງໄມ້, ງ່າໄມ້ ທີ່ປະຊາຊົນປູກມາເປັນເວລາຫລາຍປີໄດ້ຈະເລີນເຕີບໂຕແຜ່ກິ່ງງ່າສາຂາອອກໄປຈຸໃສ່ ຫຼື ຖ້ວມສາຍໄຟ ເມື່ອເວລາຟ້າມືດມີລົມພັດມາແຮງຈະພັດເອົາງ່າໄມ້ໃບໄມ້ໄປພາດໃສ່ກັບສາຍໄຟ ລົມພັດຮຸກຖູໄປມາພາໃຫ້ເກີດມີປະກາຍໄຟແຕກຂື້ນ ສ້າງຄວາມຕື່ນຕົກໃຈໃຫ້ຜູ້ພົບເຫັນແລະຜູ້ທີ່ຢູ່ບໍລິເວນໃກ້ຄຽງ ບາງກໍລະນີເຈົ້າໜ້າທີ່ຕ້ອງໄດ້ຕັດ ແລະ ຢຸດຈ່າຍກະແສໄຟທັນທີ ເພື່ອຄວາມປອດໄພຂອງຜູ້ຊົມໃຊ້, ເຮົາມັກຈະເຫັນເລື້ອຍໆວ່າເຈົ້າໜ້າທີ່ພະນັກງານທີ່ກ້ອງຂ້ອງໄດ້ລົງໄປຕັດກິ່ງງ່າຕົ້ນໄມ້ທີ່ເດ່ໄປໃກ້ແລວສາຍໄຟເປັນປະຈຳ ນີ້ກໍເພື່ອຄວາມປອດໄພຂອງປະຊາຊົນຜູ້ຊົມໃຊ້ໄຟຟ້າ ຖ້າບໍດັ່ງນັ້ນອາດມີຄວາມສ່ຽງເກີດໄຟມອດ, ໄຟແຕກ, ໄຟຊ໊ອດ ເຮັດໃຫ້ມີຄວາມເສຍຫາຍທາງດ້ານຊັບສິນຂອງລັດ ຂອງລວມໝູ່ ແລະ ຂອງປະຊາຊົນ, ເມື່ອຫາກຮູ້ຜົນຮ້າຍຄຶແນວນີ້ແລ້ວກໍຄວນໃຫ້ຄວາມຮ່ວມມືໃຫ້ຄວາມສະດວກກັບເຈົ້າໜ້າທີ່ກ່ຽວຂ້ອງໃນເວລາລົງເຮັດວຽກ ອີກດ້ານໜຶ່ງເຮົາຈະເຮັດຈະສ້າງຈະປູກຕົ້ນໄມ້ລົງໄປຄວນຄິດຫງຳກ່ອນວ່າຈະບໍ່ມີຜົນສະທ້ອນໃນໄລຍະຍາວຫຼືບໍ່ ຕົ້ນໄມ້ແນວໃດທີ່ຄວນປູກ ແລະ ບໍ່ຄວນປູກ ຢູ່ກ້ອງແລວສາຍໄຟ ທັງນີ້ເພື່ອຫລຸດຜ່ອນໄພອັນຕະລາຍເຖິງຊີວິດແລະ ຊັບສິນໃນອານາຄົດທີ່ເກີດຈາກໄຟຟ້າ ຊຶ່ງທັງໝົດນີ້ ພວກເຮົາສາມາດແກ້ໄຂເຖິງຕົ້ນເຫດໄດ້.

ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ - 3 - ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ
ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ - 5 - ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ
ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ - 4 - ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ
ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ - Visit Laos Visit SALANA BOUTIQUE HOTEL - ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ
ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ - Visit Laos Visit SALANA BOUTIQUE HOTEL - ລະວັງ! ອັນຕະລາຍຈາກຕົ້ນໄມ້ໃຫຍ່ກ້ອງສາຍໄຟຟ້າ