ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ

ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ - 349090222 2606825196150234 262430924315237694 n - ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ
ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ - kitchen vibe - ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ

ວັນທີ 25 ພຶດສະພາ 2023 ຜ່ານມາ, ທ່ານ ທອງລຸນ ສິສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະກັບ ທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28 ໃນລະຫວ່າງ 25-26 ພຶດສະພາ 2023 ທີ່ປະເທດຍີ່ປຸ່ນ.

ໃນໂອກາດນີ້, ທ່ານ ກິຊິດະ ຟຸມິໂອະ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານ ທອງລຸນ ສີສຸລິດ ໃນຄັ້ງນີ້ ໂດຍສະເພາະ ການເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 28, ເຊິ່ງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ
ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ

ໂອກາດດຽວກັນ ທ່ານ ທອງລຸນ ສິສຸລິດ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ທີ່ໄດ້ໃຫ້ການຕ້ອນຮັບທີ່ອົບອຸ່ນ ພ້ອມທັງຖືໂອກາດນີ້, ສະແດງຄວາມຊົມເຊີຍ ລັດຖະບານຍີ່ປຸ່ນ ທີ່ໄດ້ສໍາເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ກຸ່ມຜູ້ນໍາ G7 ຢູ່ ແຂວງ ຮິໂຣຊິມະ ໃນທ້າຍອາທິດຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງບົດບາດອັນພົ້ນເດັ່ນຂອງຍີ່ປຸ່ນໃນເວທີສາກົນ ໃນການວາງທິດທາງ ແລະ ນະໂຍບາຍ ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ເປັນບັນຫາໜັກໜ່ວງສໍາລັບປະເທດຕ່າງໆໃນທົ່ວໂລກ; ສປປ ລາວ ຢືນຢັນຄືນຄວາມໝາຍໝັ້ນຂອງຕົນໃນການເຮັດວຽກຮ່ວມກັບປະເທດ ຍີ່ປຸ່ນ ຢ່າງໃກ້ຊິດ ແລະ ປະກອບສ່ວນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໃນການສົ່ງເສີມການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ;  ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງເປັນກ້າວໆມາ; ການພົວພັນຮ່ວມມື ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແມ່ນ ດໍາເນີນໄປຢ່າງເປັນປົກກະຕິ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ແກ່ ສປປ ລາວ ຕະຫລອດມາ; ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ແຜນງານການຮ່ວມມື ລາວ-ຍີ່ປຸ່ນ (Action Plan Lao-Japan) ທີ່ສອງປະເທດໄດ້ຮັບຮອງຮ່ວມກັນ ໃນເດືອນເມສາ 2021 ຜ່ານມານັ້ນ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍ, ເຊິ່ງໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງເຂັ້ມແຂງ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ລວມທັງການປະຕິບັດ 2 ວາລະແຫ່ງຊາດ (ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ) ຂອງ ສປປ ລາວ; ການເປັນປະທານ ໝູນວຽນ ອາຊຽນ ຂອງ ສປປ ລາວ ໃນປີ 2024 (ເປັນເທື່ອທີ 3 ທີ່ ລາວເປັນປະທານ), ລວມທັງໄດ້ເປັນການກະກຽມທີ່ສໍາຄັນເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ (05 ມີນາ 1955) ໃນປີ 2025 ທີ່ຈະມາເຖິງ.

ຂໍ້ມູນ-ພາບ: ທີມງານໂທລະພາບແຫ່ງຊາດລາວ

ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ - 3 - ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ
ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ - 5 - ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ
ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ - 4 - ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ