ລັດຖະບານລາວ ເປີດກວ້າງການລົງທຶນຂອງຕ່າງປະເທດ
ແຫ່ງຂ່າວ ຂປລ ແຈ້ງວ່າ: ທ່ານ ຈຳປາ ຄຳສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ລາຍງານໃນກອງປະຊຸມໂຕະມົນ ກ່ຽວກັບການຮ່ວມມື ແລະ ລົງທຶນໃນກຸ່ມອາຊຽນ, ຢູ່ເມືອງໜານໜິງ ແຂວງກວາງຊີ ສປ ຈີນ, ໃນວັນທີ 14 ກັນຍານີ້ວ່າ: ລັດຖະບານ ສປປ ລາວ ໄດ້ເປີດກວ້າງ ແລະ ວາງນະໂຍບາຍສົ່ງເສີມໂດຍຫັນທີ່ດິນໃຫ້ເປັນທຶນ ບວກກັບນະໂຍບາຍສົ່ງເສີມດ້ານພາສີອາກອນ ເຊິ່ງມີ 3 ຮູບແບບ ໃນການລົງທຶນ ຄື: ລັດຖະບານລົງທຶນ 100%, ເອກະຊົນ 100% ແລະ ລັດຮ່ວມກັບເອກະຊົນ. ຢ່າງໃດກໍ່ຕາມ ເພື່ອຊຸກຍູ້ສົ່ງເສີມຂະແໜງອຸດສາຫະກຳປຸງແຕ່ງໃຫ້ຂະຫຍາຍຕົວ ແລະ ພັດທະນາແບບມີຈຸດສຸມ ເລີ່ມແຕ່ທ້າຍປີ 2010 ເປັນຕົ້ນມາ ລັດຖະບານ ໄດ້ອະມັດ ສ້າງເຂດເສດຖະກິດພິເສດຈຳນວນໜຶ່ງ ເພື່ອສົ່ງເສີມການລົງທຶນຂະແໜງອຸດສາຫະກຳ ເຊັ່ນ: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດສະຫວັນ-ເຊໂນ, ເຂດນິຄົມອຸດສາຫະກຳການຄ້າວຽງຈັນ-ໂນນທອງ ແລະ ເຂດເສດຖະກິດພິເສດອື່ນໆ ຈຳນວນໜຶ່ງ. ເພື່ອເປັນການສົ່ງເສີມການພັດ ທະນາພື້ນຖານໂຄງລ່າງຮອງຮັບ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນໃນຂະແໜງການດັ່ງກ່າວ.
ປັດຈຸບັນ ເຂດເສດຖະກິດພິເສດ ສາມາດດຶງດູດການລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຫລາຍກວ່າ 167 ບໍລິສັດ, ເຊິ່ງມີທຶນຈົດທະບຽນຫລາຍກວ່າ 1,55 ຕື້ໂດລາສະຫະລັດ, ກວມເອົາອັດຕາສ່ວນ 23% ຂອງການລົງທຶນທັງໝົດ, ໃນນັ້ນ ຂະແໜງອຸດສາຫະກຳ ກວມເອົາ 38%, ການຄ້າ 38%, ແລະ ບໍລິການ 24%.