ອົງການໄອຍະການປະຊາຊົນສູງສຸດ ແລະ ປກສ ເພີ່ມທະວີການປະສານງານ ໃຫ້ວ່ອງໄວ ຍຸຕິທຳ ແລະ ໂປ່ງໃສ

ວັນທີ 26 ພຶດສະພາ 2023, ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ໄດ້ດຳເນີນກອງປະຊຸມ ເພື່ອສືບຕໍ່ຮ່ວມມືການປະສານງານ ໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມໜັກແໜ້ນ, ວ່ອງໄວ ແລະ ທັນກັບສະພາບໃນຍຸກປັດຈຸບັນ, ເປັນປະທານຮ່ວມ ຂອງທ່ານ ຂັນທະວີ ວິໄລສັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ແລະ ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫລວດຄຸມຂັງ-ດັດສ້າງ ກະຊວງ ປກສ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເພື່ອສ້າງກົນໄກປະສານສົມທົບໃນການຈັດຕັ້ງປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ໃຫ້ມີຄວາມເປັນເອກະພາບ, ກົມກຽວ ເພື່ອຊຸກຍູ້ເຊິ່ງກັນ ແລະ ກັນ ໃນການປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ, ຍົກສູງຄວາມຮັບຜິດຊອບຂອງພະນັກງານທັງສອງພາກສ່ວນ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ໃຫ້ມີຄວາມເປັນເອກະພາບ, ຍຸຕິທຳ, ໂປ່ງໄສ ແລະ ສາມາດກວດກາໄດ້.
ໃນກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບການ ຕິດຕາມກວດກາການປະຕິບັດກົດໝາຍຢູ່ສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ ແລະ ຄ້າຍດັດສ້າງ ຂອງບັນດາແຂວງ, ນະຄອນຫລວງວຽງຈັນ, ຄ້າຍຄຸມຂັງຂອງພາກ ທີ່ຂຶ້ນກັບການຄຸ້ມຄອງຂອງກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ຈາກທ່ານ ຮອງຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງ ໄດ້ຜ່ານຮ່າງບົດບັນທຶກຮ່ວມມື ລະຫວ່າງ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກົມຕໍາຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ການປະສານງານໃນການຕິດຕາມກວດກາຄ້າຍຄຸມຂັງດັດສ້າງ, ວຽກງານຄຸມຂັງ ເປັນວຽກງານໜື່ງທີ່ມີຄວາມສຳຄັນ ຊຶ່ງຜ່ານມາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ ຄ້າຍດັດສ້າງ ກໍເຫັນວ່າມີການຈັດຕັ້ງປະຕິບັດທີ່ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແຕ່ເນື່ອງຈາກສະພາບປັດຈຸບັນ ທາງດ້ານ ເສດຖະກິດ-ສັງຄົມມີການຜັນແປ ຊຶ່ງເປັນສາເຫດພາໃຫ້ມີປາກົດການຫຍໍ້ທໍ້ຂອງສັງຄົມ ເກີດມີການກະທໍາຜິດ ແລະ ມີນັກໂທດເພີ່ມຂຶ້ນ, ອີກດ້ານໜຶ່ງເພື່ອເຮັດໃຫ້ການປະສານງານລະຫວ່າງ ອົງການໄອຍະການປະຊາຊົນ ແລະ ກະຊວງປ້ອງກັນຄວາມສະຫງົບ.