ເດ ແຊບີ້ ຄູຝຶກໄບຣຕັນຢືນຢັນ ແມັກ ອັລລິສເຕີ-ໄກເຊໂດ້ ກຽມລາທີມໃນຊ່ວງພັກແລ້ງນີ້
May 29, 2023 - 3:00 PM

ໂຣແບໂຕ້ ເດ ແຊບີ້ ຫົວຫນ້າຄູຝຶກຂອງ ໄບຣຕັນ ຢືນຢັນວ່າກອງກາງ ແມັກ ອັລລິສເຕີ ແລະ ມອຍເຊ ໄກເຊໂດ້ ສອງກອງກາງໂຕເກັ່ງກຽມຈະອຳລາສະໂມສອນໃນລະດູຮ້ອນນີ້.
ແມັກ ອັລລິສເຕີ ແລະ ໄກເຊໂດ້ ມີສ່ວນສຳຄັນຊ່ວຍໃຫ້ນົກນາງນວນ ໄບຣຕັນ ຈົບອັນດັບທີ 6 ແລະ ໄດ້ສິດໄປຫລິ້ນ Europa League ໄດ້ເປັນຄັ້ງທໍາອິດຂອງພວກເຂົາໃນປະຫວັດສາດສະໂມສອນ. ຢ່າງໃດກໍ່ຕາມ, ຄູຝຶກຊາວອິຕາລີ ເປີດເຜີຍວ່າທັງສອງຈະບໍ່ໄດ້ຢູ່ຊ່ວຍທີມໃນລະດູການໜ້າ.