ລາວ-ຫວຽດນາມ ສືບຕໍ່ຮ່ວມກັນພັດທະນາເຕັກໂນໂລຊີໃນຍຸກດິຈິຕ໋ອນ ໃຫ້ທັນສະໄໝ

ໂດຍອີງຕາມການເຊື້ອເຊີນຂອງ ປະທານສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 27-31 ພຶດສະພາ 2023, ໂດຍການຕ້ອນຮັບ ຈາກ ທ່ານ ບັນດິດ ສຈ. ເຈົ່າ ວັນ ມິ່ງ, ປະທານສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ເຊິ່ງວັນທີ 28 ພຶດສະພາ 2023, ໄດ້ຈັດກອງປະຊຸມພົບປະສອງຝ່າຍ ຄັ້ງທີ 2 ລະຫວ່າງ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ, ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນໄດ້ຮັບຟັງການລາຍງານສະພາບການຜັນຂະຫຍາຍການຮ່ວມມືໃນໄລຍະຜ່ານມາຂອງສອງຝ່າຍ ພ້ອມທັງປຶກສາຫາລືການຮ່ວມມືໃນອະນາຄົດ, ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ, ບົນຈິດໃຈຮັບຜິດຊອບສູງ ແລະ ຮ່ວມກັນພັດທະນາໃນຍຸກດິຈິຕ໋ອນ ໂດຍໄດ້ເປັນເອກະພາບ ຄື: ສອງຝ່າຍ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນການຮ່ວມມືລະຫວ່າງໜ່ວຍງານທີ່ຂຶ້ນກັບສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ; ເຫັນດີຊຸກຍູ້ໃຫ້ສໍາເລັດຮ່າງບົດໂຄງການ “ກໍ່ສ້າງສູນຂໍ້ມູນ ແລະ ການສື່ສານ ທາງໄພພິບັດ (ແຜ່ນດິນໄຫວ) ໃຫ້ແກ່ ສປປ ລາວ” ເພື່ອລາຍງານຕໍ່ລັດຖະບານຂອງສອງປະເທດ ໃນກອງປະຊຸມ ຄັ້ງທີ 46 ຂອງ ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ໃນປີ 2024; ຝ່າຍ ສສ ຫວຽດນາມ ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ ທີ່ມີຄຸນນະພາບສູງໃນຮູບແບບການຝຶກອົບຮົມ (ໄລຍະສັ້ນ ແລະ ໄລຍະຍາວ); ແລກປ່ຽນວິຊາການ, ນັກວິທະຍາສາດ ແລະ ພະນັກງານນັກຄົ້ນຄວ້າ; ແລກປ່ຽນ ແລະ ຮ່ວມມື ດ້ານການຈັດເກັບຂໍ້ມູນ ແລະ ລະບົບຄລາວ, ແນໃສ່ການກໍ່ສ້າງໂຄງການສູນຈັດເກັບຂໍ້ມູນ ແລະ ລະບົບຄລາວ ແຫ່ງຊາດ ຢູ່ ສປປ ລາວ ແລະ ການຮ່ວມມືດ້ານອື່ນໆ ທີ່ສອງຝ່າຍໃຫ້ຄວາມສົນໃຈ.
ໂອກາດນີ້, ຄະນະປະທານໄດ້ມີພິທີລົງນາມບົດບັນທຶກການຮ່ວມມືສອງຝ່າຍ 2 ສະບັບ ຄື:
- ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຄົ້ນຄວ້າ, ພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີອັດສະລິຍະ ລະຫວ່າງ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ສະຖາບັນ ທໍລະນີຟີຊິກ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ຊຶ່ງຕາງໜ້າຝ່າຍ ສປປ ລາວ ລົງນາມໂດຍ ທ່ານ ພົນປະສິດ ພິດສະໄໝ, ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ແລະ ຕາງໜ້າຝ່າຍ ສສ ຫວຽດນາມ ລົງນາມໂດຍ ທ່ານ ປອ. ຫງຽນ ຊວັນ ອານ, ຫົວໜ້າສະຖາບັນ ທໍລະນີຟີຊິກ;
- ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ຊຶ່ງຕາງໜ້າຝ່າຍ ສປປ ລາວ ລົງນາມໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ຕາງໜ້າຝ່າຍ ສສ ຫວຽດນາມ ລົງນາມໂດຍ ທ່ານ ຮສຈ. ດິ້ງ ທິມາຍ ແທ່ງ, ອະທິການບໍດີ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ, ໂດຍມີຄະນະປະທານ ແລະ ຄະນະຜູ້ແທນຂອງທັງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມເປັນສັກຂີພິຍານ.