ພີເອສ໌ ກັບສາກລະຄອນມ້ວນທ້າຍ
ໂດຍ: ກ້ອງສ່ອງ ອິດສະຫລະ
ໃນປີຜ່ານມາ, ກະແສຂ່າວຮືຮາກັນເລື່ອງເອຊຽນເຟດສ໌ “ເຈັ້ງ” ສຸດທ້າຍຜູ້ອໍານວຍການບໍລິສັດທີ່ເປັນຄົນຕ່າງປະເທດກໍຫອບ ເງິນ ແລະ ສັງຂານເປີດໜີອາດຫຼາດໄປຢ່າງໄຮ້ຮ່ອງຮອຍ. ມາຮອດປັດຈຸບັນ, ຊາຕາກໍາຂອງບໍລິສັດດັ່ງກ່າວກໍຄືສະມາຊິກຜູ້ທີ່ເອົາເງິນໄປຝາກນັ້ນເປັນໄປແນວໃດ, ໄດ້ເງິນຄືນ ຫລື ບໍ່ນັ້ນ ກໍປາກົດວ່າມິດຈີ່ລີ່ ແລະ ຍັງບໍ່ມີແຫຼ່ງຂ່າວອັນໃດຄືບໜ້າ. ສ່ວນວ່າສະມາ ຊິກຜູ້ຖືຮຸ້ນ ຫລື ຜູ້ທີ່ເອົາເງິນໄປຝາກ ກໍໄດ້ແຕ່ສິ້ນຫວັງແລະ ອີ່ມປານບັກລາອີ່ມເຂົ້າຫລາມ. ຕົກມາໃນປີນີ້ ກໍຖືກຜຽນຂອງບໍລິ ສັດ ພີເອສ ທີ່ເປັນຄິວຕາມຫລັງ ແຕ່ພັດຍິ່ງດັງກ່າວເກົ່າ ເພາະມີສະມາຊິກຜູ້ຮ່ວມທຶນແຕ່ເໜືອຕະຫລອດໃຕ້ແລະ ອາດເວົ້າໄດ້ ວ່າໃນທົ່ວປະເທດກໍເປັນໄດ້.
ຕາມຜູ້ຂຽນວິເຄາະການດໍາເນີນທຸລະກິດຂອງສອງບໍລິສັດນີ້, ແມ່ນໃນຮູບແບບດຽວກັນຄືແບບເຄິ່ງເຫ້ຍເຄິ່ງແລນ ຫລື ເວົ້າ ອີກຢ່າງໜຶ່ງແມ່ນແບບໂຕເຈຍ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນຄັນຊິວ່າທະນາຄານກໍວ່າເປັນບໍລິສັດ, ຄັນຊິວ່າບໍລິສັດພັດເປັນຮູບແບບລະດົມທຶນໃຫ້ສະມາຊິກເອົາເງິນໄປຝາກ ໂດຍໃຫ້ດອກເບ້ຍທີ່ສູງກວ່າທະນາຄານ, ດັ່ງຄໍາສຸພາສິດເຂົາວ່າ “ຄັນແມ່ນນົກເບິ່ງເພິ່ນພັດມີຫູ, ຄັນວ່າເປັນໜູເພິ່ນຊ້ຳພັດມີປີກ”. ອັນບັນຫາກົກໆຂອງມັນກໍຍ້ອນວ່າເພິ່ນລະດົມໃຫ້ຄົນທັງຫລາຍເອົາເງິນໄປຝາກ ໂດຍໃຫ້ດອກເບ້ຍຄືທະນາຄານ ແລະ ສູງກວ່າທະນາຄານ ຫລື ໃຫ້ຜົນປະໂຫຍດລື່ນໝູ່ ອັນເປັນການຝືນຕໍ່ລະບຽບກົດໝາຍ ໂດຍສະເພາະແມ່ນກົດໝາຍທະນາຄານແຫ່ງ ສປປ ລາວ, ເພິ່ນຍັງອ້າງຕົນວ່າພວກເຮົາບໍ່ແມ່ນທະນາຄານ ແຕ່ເປັນບໍລິສັດສົ່ງເສີມກະສິກໍາ-ອຸດສາຫະກໍາຂາອອກ-ຂາເຂົ້າ ຢ່າງໂກ້ໆ ທີ່ລະດົມໃຫ້ຄົນໃນສັງຄົມມີສ່ວນຮ່ວມໃນການດໍາເນີນທຸລະກິດ ແລະ ໄດ້ຮັບຜົນປະໂຫຍດຕາມນະໂຍບາຍຂອງບໍລິສັດວາງອອກ.
ເລື່ອງຜົນປະໂຫຍດເປັນດອກເບ້ຍ ຫລື ຜົນກໍາໄລເປັນເງິນ ແລະ ເປັນວັດຖຸນັ້ນ ກໍເປັນໄປຕາມນະໂຍບາຍຂອງບໍລິສັດວາງອອກ, ເວົ້າແຈ້ງ ການໃຫ້ດອກເບ້ຍສູງກວ່າທະນາຄານມັນເປັນສິ່ງຈູງໃຈ ແລະ ເປັນເຊີງລຸກໃຫ້ມີສະມາຊິກນັບມື້ນັບຫລາຍ. ສ່ວນ ວ່າຮູບການ ແລະ ວິທີການຂອງພວກເພິ່ນເຮັດກໍແມ່ນແບບເອົາເນື້ອມັນຍໍາມັນບໍ່ຕ້ອງໄດ້ລົງທຶນລົງຮອນຢ່າງມະຫາສານຂອງຜູ້ເປັນເຈົ້າຂອງກິດຈະການ ມີພຽງວິທີລະດົມໃຫ້ຄົນເອົາເງິນໄປຝາກຜູ້ຫລາຍຜູ້ໜ້ອຍຕາມຄວາມສະໝັກໃຈ ຜູ້ລະຫ້າລ້ານສິບລ້ານ ໄປຈົນຮອດສີ່ຫ້າຕື້ກໍມີ. ເມື່ອໄດ້ເງິນເຂົາໄປແລ້ວກໍເອົາໄປລົງທຶນໃສ່ກິດຈະການ ຫລື ໂຄງການຕາມແຜນທຸລະກິດຂອງບໍລິສັດ. ພໍ ຄົບກໍານົດເດືອນມາກໍເອົາເງິນທີ່ໄດ້ລະດົມຈາກຜູ້ໃໝ່ໄປໃຫ້ດອກເບ້ຍຜູ້ເກົ່າໝູນວຽນໄປມາ ທັງລົງທຶນໃສ່ກິດຈະການທຸລະກິດຂອງຕົນ, ທັງແບ່ງເປັນດອກເບ້ຍແກ່ສະມາຊິກຜູ້ຮ່ວມທຶນຕາມເປີເຊັນເງິນຝາກຜູ້ຫລາຍຜູ້ໜ້ອຍ. ບັນດາສະມາຊິກທີ່ເອົາເງິນ ໄປຝາກ ຫລືວ່າ ໄປຮ່ວມທຶນໃນເບື້ອງຕົ້ນກໍໄດ້ຮັບດອກເບ້ຍເປັນປົກກະຕິ, ແຕ່ດົນໆໄປຫລາຍເດືອນກໍເລີ່ມຊັກຊ້າແບບສ້ວຍຫາງຂີ້ໂກະ ສຸດທ້າຍມາກໍພາກັນເຈັ້ງຕາມສູດງູກິນຫາງ. ບໍລິສັດ ພີເອສ ເພິ່ນຍິ່ງມີນະໂຍບາຍທີ່ເໜືອກວ່າຫລາຍ ຕົວຢ່າງ: ຖ້າສະມາ ຊິກຜູ້ຮ່ວມທຶນ ຫລືວ່າ ລູກຄ້າຫາກຊື້ຜະລິດຕະພັນນ້ຳດື່ມລາວທີ່ມີມູນຄ່າຮອດສາມລ້ານກີບຂຶ້ນໄປ ເພິ່ນຈະແຖມສາຍຄໍຄໍາໃຫ້ ໜຶ່ງສະຫລຶງທັນທີ. ໃນຫລາຍປີຜ່ານມາ ໄດ້ມີໝູ່ໃກ້ຊິດມາເລົ່າສູ່ຟັງ ແລະ ຢາກໃຫ້ເຮົາເອົາເງິນໄປຝາກຄືລາວ ແຕ່ເຮົາຊ້ຳພັດບໍ່ ທັນມີເງື່ອນໄຂ ເພາະໝົດເດືອນມາກໍພໍໄດ້ແຕ່ໃຊ້ຈ່າຍຍັງບໍ່ມີເງິນສະສົມໄວ້. ດ້ວຍວິທີການນໍາໃຊ້ຈິດຕະວິທະຍາທາງດ້ານການຕະ ຫລາດຂອງພີເອສ ຢູ່ມາບໍ່ພໍເທົ່າໃດປີກໍມີສະມາຊິກຜູ້ຮ່ວມທຶນຫລັ່ງໄຫລເອົາເງິນມາຝາກໄດ້ຫລາຍພັນຕື້. ເມື່ອມີເງິນມະຫາສານ ດັ່ງທີ່ພີເອສ ໄດ້ສຸມໃສ່ການລົງທຶນບັນດາກິດຈະການໂຄງການຂອງຕົນໃນແງ່ມຸມທຸລະກິດທີ່ຫລາກຫລາຍສີສັນ ມີທັງອຸດສາຫະ ກໍາ, ກະສິກໍາ ແລະ ການທ່ອງທ່ຽວ ອັນຫລັກໆນັ້ນແມ່ນຂະຫຍາຍໂຮງງານນ້ຳດື່ມລາວ, ປູກຜັກປອດສານພິດ, ເຮັດເຮືອນແພ ແລະ ກິດຈະການອື່ນໆ ນັບທັງການສ້າງພື້ນຖານວັດຖຸເຕັກນິກຂອງບໍລິສັດຢ່າງຫລວງຫລາຍ ແລະ ຫລູຫລາ ຈົນເປັນທີ່ໂດ່ງດັ່ງໃນລະດັບປະເທດ. ນອກຈາກທີ່ກ່າວມານີ້ແລ້ວ, ທ່ານນາງ ສຸກນາລີ ເທບສີເມືອງ ທີ່ເປັນປະທານບໍລິສັດ ແລະ ທ່ານ ປໍເຮີ ຜູ້ເປັນຄົນ ໃກ້ຊິດ ແລະ ທັງເປັນວິຊາການຂອງບໍລິສັດ ຍັງພາກັນເອົາເງິນທີ່ລະດົມໄດ້ຈາກສະມາຊິກໄປຊື້ຄໍາ, ຊື້ເພັດນິນຈິນດາມາໄວ້ຢູ່ໃນ ຄອບຄອງຈົນວ່າເປັນຫາບເປັນຫອບຢູ່ໃນຕົນຕົວ ເກືອບເວົ້າໄດ້ວ່າທັງສອງຄືເປັນຕູ້ຄໍາເຄື່ອນທີ່. ນອກຈາກຕົນເອງມີແລ້ວພັດ ຍັງລູກຍັງຫລານຢາຍກັນໄປໃຊ້ຈ່າຍຜູ້ຫລາຍຜູ້ໜ້ອຍຈົນເຮັດໃຫ້ ສຸກນາລີ ກາຍເປັນຮອງເຮົາ ແລະ ປໍເຮີ ກໍກາຍເປັນອຸຍສຽວປໍ້ຢູ່ລາວໄປໂດຍປະລິຍາຍ.
ກ່າວເຖິງທຸລະກິດຜ່ານຂະບວນວິວັດການລົງທຶນໄປຫລາຍ ລາຍຮັບກໍບໍ່ສົມປະກອບ ເພາະເງິນທີ່ໄດ້ມາຈາກຜູ້ລົງທຶນໃໝ່ກໍ ເອົາໄປໃຫ້ດອກເບ້ຍຜູ້ເກົ່າ ສຸດທ້າຍມາເງິນທັງໝົດມັນກໍເລີຍກຸດຫ້ຽນທັງຕົ້ນ ແລະ ທັງດອກເບ້ຍ. ສະຫລຸບແລ້ວເງິນທີ່ໄດ້ຈາກ ຜູ້ໃໝ່ກໍຂົນເອົາໄປຈ່າຍດອກໃຫ້ຜູ້ເກົ່າ ອາໄສການຈໍາໜ່າຍຜະລິດຕະພັນຕ່າງໆທີ່ເປັນລາຍຮັບຂອງບໍລິສັດກໍເຫັນວ່າເຫລັກມັນ ຫລາຍກວ່າຖ່ານ ເມື່ອທຸລະກິດດໍາເນີນໄປແບບງູກິນຫາງ ທັງທຶນກໍນັບມື້ໝົດໄປ, ກໍາໄລກໍບໍ່ເຫັນ ນັບທັງຄົນຜູ້ທີ່ເອົາເງິນໄປຝາກ ກໍຖືກຢຸດສະງັກ ຍ້ອນທ່າອ່ຽງທຸລະກິດເລີ່ມມີບັນຫາ ແລະ ຢູ່ໃນທ່າລົງຄ້ອຍ ສະມາຊິກກໍບໍ່ໄດ້ຮັບຜົນປະໂຫຍດຕາມສັນຍາກໍເລີຍເກີດເສິກຂີ້ແບ້ ແລະ ເມື່ອປະສົບບັນຫາບານປາຍ ສຸກນາລີ ກັບ ປໍເຮີ ກໍເກີດອູດຕັນປານໜູຖືກໄຟລາມໂກນ ຈຶ່ງໄດ້ແຕ່ອອກ ປາກໂກ້ໆຕໍ່ສະມາຊິກວ່າ ເງິນໝົດແລ້ວ ບໍ່ມີຈະໃຫ້ທັງຕົ້ນ ແລະ ທັງດອກເບ້ຍ ຈຶ່ງເປັນເຫດໃຫ້ເກີດອົນລະຫົນລະຫວ່າງສອງຝ່າຍ ເພື່ອຕັດບັນຫາທີ່ບານປາຍ ຢ້ານສະມາຊິກທັງຫລາຍຝັກ ປໍເຮີ ກັບ ສຸກນາລີ ໃສ່ກະບັ້ງໄມ້ໄຜ່ ເບື້ອງເຈົ້າໜ້າທີ່ຈຶ່ງໄດ້ເອົາສອງຄົນໄປໄວ້ທີ່ປອດໄພກ່ອນ. ສ່ວນວ່າສາກຕໍ່ໄປພະເອກ ປໍເຮີ ກັບ ນາງເອກ ສຸກນາລີ ຈະເປັນແນວໃດ ຂໍໃຫ້ຕິດຕາມຊົມໃນສາກເບື້ອງໜ້າ. ນີ້ລະສຸພາສິດເພິ່ນວ່າ: “ຢາກກິນຫລາຍໄດ້ກິນທໍ່ກ້ອຍ ຢາກກິນໜ້ອຍໄດ້ກິນທໍ່ຫົວໂປ້ມື” ສຸກນາລີ ກັບ ປໍເຮີ ກໍປ່ຽນຊີວິດຈາກນັກທຸລະກິດມາເປັນນັກໂທດ, ປ່ຽນປະຫລັກແຂນຄໍາມາເປັນປະຫລັກແຂນເຫລັກ. ນີ້ລະຄືສາກລະຄອນມ້ວນທ້າຍຂອງບໍລິສັດ ພີເອສ.