ເດັກນ້ອຍປຽບເໝືອນຜ້າຂາວບໍລິສຸດ ຈະແຕ້ມແຕ່ງໃຫ້ເປັນສີໃດ ແມ່ນຂຶ້ນນຳຜູ້ເປັນພໍ່ແມ່ ແລະ ຄອບຄົວເປັນຫລັກ
(ໃນໂອກາດ ວັນທີ1ມິຖຸນາ ວັນເດັກນ້ອຍສາກົນ)
ມັກໄດ້ຍິນຜູ້ໃຫຍ່ໄມ້ສູງເພິ່ນເວົ້າເລື້ອຍໆວ່າ: ເດັກນ້ອຍໃນມື້ນີ້ຄືຜູ້ໃຫຍ່ໃນມື້ໜ້າ, ເດັກນ້ອຍເໝືອນດັ່ງຜ້າຂາວທີ່ມີຄວາມບໍລິສຸດຜຸດຜ່ອງຫາຫຍັງປຽບບໍ່ໄດ້, ເດັກນ້ອຍ ແມ່ນໜໍ່ແໜງອະນາຄົດຂອງຊາດ ແລະ ຄຳເວົ້າອື່ນໆອີກຫຼາຍຢ່າງທີ່ຍ້ອງຍໍສັນລະເສີນເດັກ, ໃຫ້ກຳລັງໃຈເດັກ ເພື່ອເຕືອນສະຕິຂອງຄົນເຮົາ ທີ່ເອີ້ນຕົນເອງເປັນຜູ້ໃຫຍ່ວ່າຈະເຮັດແນວໃດບໍ່ໃຫ້ຜ້າຂາວນັ້ນມີຮອຍເປື້ອນຮອຍດ່າງໃນເວລາເອົາອອກມານຳໃຊ້.
ການທີ່ຈະສອນໃຫ້ເດັກເປັນຄົນດີ, ມີມາລະຍາດໃນສັງຄົມໄດ້ນັ້ນ ສຳຄັນທີ່ສຸດແມ່ນ ເລີ່ມຈາກສະຖາບັນຄອບຄົວເປັນກົກໃນການເຮັດໜ້າທີ່ສຶກສາອົບຮົມລູກຫຼານໃຫ້ຮູ້ຈັກຮັບ ຜິດຊອບຊົ່ວດີ, ຮູ້ຮັກແພງສາມັກຄີ ຊ່ວຍເຫຼືອຊຶ່ງກັນແລະກັນ, ຮູ້ຈັກພື້ນຖານຂອງການເປັນ ຄົນດີແຕ່ເວລາຍັງນ້ອຍ ເພາະຄອບຄົວແມ່ນຈຸລັງໜຶ່ງຂອງສັງຄົມ ຊຶ່ງມີຜົວ, ເມຍ, ລູກ ຫຼື ສະມາຊິກ ໃນຄອບຄົວທີ່ມີສາຍພົວພັນຊຶ່ງກັນ ແລະ ກັນ ແລະໄດ້ດຳລົງຊີວິດຮ່ວມກັນທີ່ໃຫ້ຄວາມອົບອຸ່ນທາງດ້ານຮ່າງກາຍແລະຈິດໃຈໄດ້ດີຕະຫຼອດເວລາ, ທັງມີຄວາມໃກ້ຊິດສະໜິດສະໜົມ, ສາມາດປຶກສາຫາລືທຸກບັນຫາທັງສຸກແລະທຸກໄດ້ດີກວ່າອື່ນໃດ.
ຄອບຄົວຍັງເປັນຈຸດພື້ນຖານສຳຄັນແຫ່ງເສັ້ນທາງບາດກ້າວເດີນທຳອິດຂອງເດັກໃນການຮຽນຮູ້,ນອກຈາກຄອບຄົວແລ້ວກໍແມ່ນສະຖາບັນການສຶກສາທີ່ມີຄູອາຈານເປັນຜູ້ສັ່ງສອນໃຫ້ ຄວາມຮູ້ໃນທາງທີ່ຖືກຕ້ອງເໝາະສົມ.
ຈາກນັ້ນກໍແມ່ນການຮຽນຮູ້ຈາກສັງຄົມອ້ອມຂ້າງຕື່ມອີກ, ຄືດັ່ງທີ່ຮັບຮູ້ນຳກັນວ່າ: ເດັກນ້ອຍເໝືອນດັ່ງຜ້າຂາວທີ່ມີຄວາມບໍລິສຸດຜຸດຜ່ອງຫາຫຍັງປຽບບໍ່ໄດ້. ແນ່ນອນວ່າການທີ່ເຮົາຈະເອົາສໍສີ, ນ້ຳສີມາແຕ້ມມາປ້າຍໃສ່ແມ່ນຂຶ້ນກັບແນວ ຄວາມຄິດຈິນຕະນາການຂອງນັກຈິດຕະກອນຜູ້ນັ້ນວ່າຈະແຕ້ມຈະວາດແນວໃດ, ຢາກໃຫ້ຜ້າແຜ່ນນັ້ນມີສີສັນທີ່ສວາຍງາມ ຫຼື ເປິເປື້ອນ ດ່າງດຳໄປດ້ວຍ ຮອຍແຕ້ມຮອຍຂີດທີ່ສັບສົນ ຊຶ່ງມັນບໍ່ຕ່າງຫຍັງກັບການອົມຮົມບົ່ມສອນເດັກແຕ່ເຍົາໄວ. ຖ້າເອົາໃຈໃສ່ໄປໃນທາງທີ່ດີ ຖືກຕ້ອງຕາມທຳນອງຄອງທຳ ລະບຽບກົດໝາຍບ້ານເມືອງແລ້ວກໍ່ຈະເຮັດໃຫ້ເດັກເຫຼົ່າ ນັ້ນກາຍເປັນຄົນດີມີລະບຽບວິໄນ. ກົງກັນຂ້າມຖ້ຫາກເມີເສີຍບໍ່ເອົາຫົວໃສ່ໃຈຊາ ຫຼື ອົບ ຮົມບົ່ມສອນເຂົາເຈົ້າໄປໃນທາງທີ່ບໍ່ຖືກຕ້ອງກໍ່ຈະເຮັດໃຫ້ເຂົາເຈົ້າກາຍເປັນຄົນທີ່ຂາດລະບຽບວິໄນບາງທີເດັກເຫຼົ່ານັ້ນອາດກາຍເປັນໜໍ່ແໜງຂອງປະກົດການຫຍໍ້ທໍ້ຂອງສັງຄົມໄປໃນໂຕກໍມີ.
ດັ່ງນັ້ນ, ເຮົາເປັນຜູ້ໃຫຍ່ຄວນຮູ້ຈັກການເປັນແບບຢ່າງທີ່ດີທຸກດ້ານໃຫ້ເຂົາເຈົ້າ ໄດ້ຮຽນເອົາເປັນແບບຢ່າງ, ເມື່ອໃຫຍ່ຂຶ້ນມາກາຍ ເປັນບຸກຄະລາກອນທີ່ປ່ຽມລົ້ນໄປດ້ວຍມີຄວາມຮູ້ຄວາມສາມາດປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ບົນພື້ນຖານການປະຕິບັດຕາມສົນທິສັນຍາວ່າດ້ວຍສິດທິເດັກຄືເດັກມີສິດດຳລົງຊີວິດຢ່າງປອດໄພແລະໄດ້ຮັບການພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈຢ່າງເໝາະສົມ, ໄດ້ຮັບການຈົດທະບຽນການເກີດ, ການຕັ້ງຊື່ ແລະ ນາມສະກຸນ ແລະ ສັນຊາດ, ຖືກຮັບຮູ້ແລະໄດ້ຮັບການເບິ່ງແຍງດູແລຈາກພໍ່ແມ່ ແລະ ບໍ່ຖືກແຍກອອກ ຈາກພໍ່ແມ່ ເວັ້ນເສຍແຕ່ໃນກໍລະນີເພື່ອປົກປ້ອງຜົນປະໂຫຍດຂອງເດັກ ໄດ້ຮັບການເບິ່ງແຍງດ້ານສຸຂະພາບ, ການປິ່ນປົວ ແລະຟື້ນຟູສຸຂະພາບໃນເວລາເຈັບເປັນໄດ້ຮັບ ການສຶກສາເພື່ອ ໃຫ້ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດ ,ພອນສະຫວັນ,ການກໍ່ສ້າງດ້ານວິຊາຊີບ, ສີມືແຮງງານ ແລະ ມີວຽກເຮັດງານທຳ, ມີສິດປາກເວົ້າສະແດງຄຳຄິດຄຳຫັນດພົບປະແລະ ແລກ ປ່ຽນບົດຮຽນທີ່ດີກັບເດັກດ້ວຍກັນ, ເຂົ້າຮ່ວມກິຈະກຳທາງສັງຄົມ, ສິລະປະວັນນະຄະດີ, ກິລາກາຍະກຳ ແລະການພັກຜ່ອນທີ່ ເໝາະສົມກັບໄວອາຍຸຂອງເດັກ, ມີສິດໄດ້ຮັບ ແລະ ຮູ້ຂໍ້ມູນຂ່າວສານຊຶ່ງມີເນື້ອໃນທີ່ເໝາະສົມກັບໄວອາຍຸແລະລະດັບການພັດທະນາຂອງເດັກ,ມີສິດໄດ້ຮັບການປົກປ້ອງທຸກຮູບແບບຈາກການທາລຸນທາງດ້ານຮ່າງກາຍແລະຈິດໃຈ, ໄດ້ຮັບສິດປົກປ້ອງພິເສດໃນຂະບວນການຍຸຕິທຳ ແລະໄດ້ຮັບສິດອື່ນໆຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ