ອົງການກວດສອບແຫ່ງລັດ ປຶກສາຫາລືຕໍ່ບັນຫາສໍາຄັນ ແລະ ເຄັ່ງຮ້ອນ ຕໍ່ວຽກງານກວດສອບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ກວ່າເກົ່າ

ວັນທີ 1-2 ມິຖຸນາ 2023, ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມວຽກງານກວດສອບແຫ່ງລັດ ທີ່ນະຄອນຫລວງວຽງຈັນ, ເປັນປະທານໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ມີຮອງປະທານອົງການກວດສອບແຫ່ງລັດ ພ້ອມພະນັກງານ ເຂົ້າຮ່ວມ.
ກອງປະຊຸມເພື່ອປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ບັນຫາທີ່ສໍາຄັນ ແລະ ເຄັ່ງຮ້ອນໃນການຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 076/ສພຊ ຕິດພັນກັບບັນດາວຽກຈຸດສຸມຂອງອົງການກວດສອບແຫ່ງລັດ, ໂດຍສະເພາະແມ່ນເພື່ອເຜີຍແຜ່, ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ທີ່ເປັນເອກະພາບຕໍ່ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ 2022; ຖອດຖອນບົດຮຽນກ່ຽວກັບວຽກງານກວດສອບແຫ່ງລັດ ໃນປີ ຜ່ານມາ ແລະ ເພື່ອສົ່ງເສີມດ້ານດີ ແລະ ແກ້ໄຂປັບປຸງດ້ານອ່ອນ ແລະ ຂໍ້ຄົງຄ້າງ ພ້ອມທັງສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ທີ່ເປັນເອກະພາບກັນຕໍ່ແນວທາງວິທີທາງໃນການດໍາເນີນວຽກງານກວດສອບແຫ່ງລັດໃນອານາຄົດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ກວ່າເກົ່າ.
ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງຄະນະນໍາ ແລະ ພະນັກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ, ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມ ຄາດຫມາຍທີ່ໄດ້ກໍານົດໄວ້.