ເຖິງເວລາ! ມາເຣກ ຮຳຊິກ ປະກາດອຳລາ ວົງການບານເຕະຫລັງຈົບລະດູການນີ້
June 2, 2023 - 11:00 AM

ມາເຣກ ຮຳຊິກ ກອງກາງຂອງ ແທຣບຊອນສະປໍ ປະກາດອຳລາຈາກບານເຕະໃນຕອນທ້າຍຂອງລະດູການນີ້.
ຈອມທັບ ສະໂລວາກີ ສ້າງຊື່ສຽງໃນບານເຕະອິຕາລີກັບ ເບຣສເຊຍ ໃນປີ 2004-2007 ກ່ອນທີ່ຈະຍ້າຍໄປໂດ່ງດັງກັບ ນາໂປລີ ແລະ ຫລີ້ນເປັນເວລາ 12 ປີ, ໄດ້ເປັນກັບຕັນທີມ ແລະ ນໍາພາທີມຄວ້າແຊ້ມ ໂຄປາ ອີຕາລີ 2 ສະໄໝ.
ຫລັງຈາກປີ 2019, ລາວໄດ້ຕັດສິນໃຈຍ້າຍໄປຫລີ້ນໃຫ້ກັບ ດາລຽນ ທີມໃນລີກຈີນເປັນເວລາສອງປີ ກ່ອນທີ່ຈະກັບຄືນໄປຫລິ້ນໃນເອີຣົບກັບ ໄອເອຟເຄ ໂກເຕບັອກ ແລະ ແທຣບຊອນສະປໍ ເປັນສະໂມສອນສຸດທ້າຍ ແລະ ໄດ້ແຊ້ມລີກຕຸລະກີໃນປີ 2021 ທີ່ຜ່ານມາ.
ທັ້ງນີ້ ຮຳຊິກ ຄອງສະຖິຕິເປັນນັກເຕະທີ່ລົງສະໜາມສູງສຸດຕະຫລອດການຂອງ ນາໂປລີ ດ້ວຍ 520 ນັດ, ເຊັ່ນດຽວກັບທີມຊາດສະໂລວາກີ 126 ນັດ. ແລະ ຍັງເປັນຜູ້ຍິງປະຕູສູງສຸດຂອງທີມຊາດດ້ວຍ 26 ປະຕູ.