ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ

ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ - 1 e1685762570154 - ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ
ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ - kitchen vibe - ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ.

ທ່ານ ພັທ ເຂິງຄຳ ຈັນທະວີໄຊ ໃຫ້ຮູ້ວ່າ: ເວລາ 21:00 ໂມງ ຂອງວັນທີ 11 ມີນາ 2023, ໜ່ວຍງານສືບສວນສອບສວນ ກອງບັນຊາການ ປກສ ເມືອງນາຊາຍທອງ ສົມທົບກັບ ປກສ ກຸ່ມໜອງໜ້ຽວເຂົ້າຈັບກຸມບຸກຄົນປຸ້ນຈີ້ຊີງຊັບ-ລັກຊັບ ເບື່ຶອງຕົ້ນສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວຄຳໝັ້ນ ອາຍຸ 31 ປີ ແລະ ຜູ້ກ່ຽວໄດ້ຊັກທອດຫາກຸ່ມແກ້ງເພີ່ມຈຳນວນ 4 ຄົນຄື: ນາງ ມຸກ ອາຍຸ 26 ປີ, ທ້າວ ບຸນນຳ ອາຍຸ 36 ປີ, ທ້າວ ມືດ ອາຍຸ 31 ປີ , ນາງ ໂມເມ ອາຍຸ 27 ປີ. ຜ່ານການສືບສວນຂອງເຈົ້າໜ້າທີ່ພວກກ່ຽວໄດ້ຍອມຮັບສາລະພາບວ່າໄດ້ຮ່ວມກັນເຄື່ອນໄຫວປຸ້ນຈີ້ຊີງຊັບ-ລັກຊັບ ພາຍຫລັງລັກມາໄດ້ແລ້ວພວກກ່ຽວໄດ້ເອົາໄປຊຸກເຊື່ອງ ແລະ ດັດແປງສະພາບແລ້ວເອົາໄປຂາຍເອົາເງິນມາແບ່ງກັນ.

ເຫດການທີ່ພວກກ່ຽວກໍ່ເຫດຄັ້ງຫລ້າສຸດ ກ່ອນຖືກເຈົ້າໜ້າທີ່ຈັບຕົວໄດ້ ແມ່ນກໍ່ເຫດປຸ້ນຈີ້ຊີງລົດຈັກ ຫຍີ່ຫໍ້ຄຣິກ ຂອງປະຊາຊົນ ຢູ່ໃກ້ສີ່ແຍກໄຟແດງທາງຕັດໜອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

 

ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ - 5 - ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ
ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ - 4 - ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ
ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ - 3 - ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ