ສຶກສາຄວາມເປັນໄປໄດ້ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ

ສຶກສາຄວາມເປັນໄປໄດ້ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ - 348965551 637142974659726 247982426276616864 n - ສຶກສາຄວາມເປັນໄປໄດ້ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ
ສຶກສາຄວາມເປັນໄປໄດ້ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ - kitchen vibe - ສຶກສາຄວາມເປັນໄປໄດ້ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ

ວັນທີ 2 ມິຖຸນາ 2023 ຜ່ານມາ, ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສໍາມະນາເຜີຍແຜ່ຜົນການສຶກສາຄວາມເປັນໄປໄດ້ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ (CA) ເພື່ອຊຸກຍູ້ສົ່ງເສີມວຽກງານທຸລະກໍາທາງເອເລັກໂຕຣນິກ ຢູ່ ສປປ ລາວ, ເປັນປະທານຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີ ດິຈິຕ໋ອນ.

ຈຸດປະສົງຂອງການຈັດສຳມະນາດັ່ງກ່າວແມ່ນເພື່ອເຜີຍແຜ່ກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ (ສະບັບປັບປຸງ) ຖືເປັນເຄື່ອງມືອັນສໍາຄັນ ໃນການຊຸກຍູ້ ສົ່ງເສີມ ການນຳໃຊ້, ການຫັນເປັນທັນສະໄໝ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຮັບຟັງການລາຍງານຜົນການຄົ້ນຄວ້າ ສຶກສາຄວາມເປັນໄປໄດ້ ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ (CA) ຢູ່ ສປປ ລາວ ທີ່ໄດ້ເຮັດການສຶກສາຄວາມເປັນໄປໄດ້ ເພື່ອຍົກລະດັບຄວາມປອດໄພທາງດ້ານເຕັກນິກ ແລະ ພັດທະນາຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ໃນຂົງເຂດຄຸ້ມຄອງບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ແກ້ວນະຄອນ ໄຊສຸລຽນ ກ່າວວ່າ: ດັ່ງທີ່ບັນດາທ່ານໄດ້ຮັບຊາບແລ້ວວ່າ ສະພາແຫ່ງຊາດ ໄດ້ຮັບຮອງເອົາວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5 ປີ (201-2025)

ຄຽງຄູ່ກັບການຊຸກຍູ້ສົ່ງເສີມນໍາໃຊ້ນັ້ນ, ການຮັບປະກັນຄວາມປອດໄພ ຫຼື ການປົກປ້ອງຂໍ້ມູນເອເລັກໂຕຣນິກ ໂດຍສະເພາະ ຂໍ້ມູນສ່ວນບຸກຄົນ ກໍເປັນບັນຫາໜຶ່ງທີ່ສໍາຄັນ ທີ່ຈະຕ້ອງໄດ້ເອົາໃຈໃສ່. ຊຶ່ງປັດຈຸບັນ, ການໂຈມຕີທາງໄຊເບີ ແມ່ນນັບມື້ນັບຫຼາຍຂຶ້ນ ດ້ວຍຫຼາຍຮູບການທີ່ສະຫຼັບຊັບຊ້ອນ, ຊຶ່ງການນໍາໃຊ້ທຸລະກໍາຂອງທະນາຄານ, ອົງການຈັດຕັ້ງລັດ, ການຄ້າ ແລະ ການບໍລິການຕ່າງໆ ທີ່ມີລະບົບອອນລາຍ ແລະ ຖານຂໍ້ມູນ ເມື່ອຖືກໂຈມຕີ ຫຼື ຖືກໂຈລະກໍາຂໍ້ມູນສໍາຄັນ ກໍຈະເຮັດໃຫ້ລະບົບເກີດການສູນເສຍຂໍ້ມູນສໍາຄັນ, ເສຍຫາຍທາງດ້ານເສດຖະກິດ ຫຼື ຮ້າຍແຮງແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ. ຍ້ອນເຫັນໄດ້ແນວນັ້ນ ທາງກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄືກົມເຕັກໂນໂລຊີດິຈິຕ໋ອນ ໄດ້ຮ່ວມມືກັບ ບໍລິສັດ GMO-Z.com ຈາກ ປະເທດຍີ່ປຸ່ນ ເຮັດການສຶກສາຄວາມເປັນໄປໄດ້ ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ (CA) ເພື່ອຍົກລະດັບຄວາມປອດໄພທາງດ້ານເຕັກນິກ ແລະ ພັດທະນາຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ໃນຂົງເຂດຄຸ້ມຄອງບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ.

ສຶກສາຄວາມເປັນໄປໄດ້ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ - 5 - ສຶກສາຄວາມເປັນໄປໄດ້ໃນການພັດທະນາບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຢູ່ ສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!