ກະຊວງ ປກສ ລາວ ຍິນດີສະໜັບສະໜູນການປະຕິບັດໂຄງການປູກພືດທົດແທນປູກຝິ່ນ ຂອງ ສປ ຈີນ ເພື່ອເຮັດໃຫ້ຊີວິດການເປັນຢູ່ປະຊາຊົນດີຂຶ້ນ

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ມີຄວາມຍິນດີໃນການອຳນວຍຄວາມສະດວກ ແລະ ສະໜັບສະໜູນການປະຕິບັດໂຄງການປູກພືດທົດແທນການປູກຝິ່ນ ຂອງກຸ່ມບໍລິສັດຢຸນນານໜົງເຂີນ ສປ ຈີນ ເນື່ອງຈາກວ່າໂຄງການດັ່ງກ່າວມີສ່ວນສຳຄັນປະກອບສ່ວນປະຕິບັດຕາມນະໂຍບາຍຂອງພັກ-ລັດຖະບານລາວ ກ່ຽວກັບວຽກງານຄວບຄຸມ-ປາບປາມແກ້ໄຂບັນຫາຢາເສບຕິດ ອີກທັງຊ່ວຍສົ່ງເສີມໃຫ້ປະຊາຊົນທາງພາກເໜືອຫັນມາປູກກາເຟ, ມັນຕົ້ນ, ຢາງພາລາ, ຊາ ແທນການປູກຝິ່ນ ມີລາຍຮັບເພີ່ມຂຶ້ນແບບຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ.
ໃນໂອກາດທີ່ທ່ານ ພົນຕີ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫລວດ ກະຊວງ ປກສ ແຫ່ງ ສປປ ລາວ ພ້ອມຄະນະຈາກກົມກ່ຽວຂ້ອງໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຄະນະຜູ້ແທນຈາກກຸ່ມບໍລິສັດ ຢຸນນານໜົງເຂີນ ສປ ຈີນ, ເຊິ່ງນໍາໂດຍທ່ານ ຫູ ລຽງ ໂບະ ປະທານສະຫະພັນແຮງງານ ກຸ່ມບໍລິສັດຢຸນນານໜົງເຂີນ ສປ ຈີນ.
ທ່ານ ຫູ ລຽງໂບະ ລາຍງານວ່າ: ນັບແຕ່ປີ 2006 ເປັນຕົ້ນມາ, ກຸ່ມບໍລິສັດ ໄດ້ດຳເນີນກິດຈະການຢູ່ 6 ແຂວງ ຄື: ຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ຫລວງພະບາງ, ວຽງຈັນ ແລະ ໄຊຍະບູລີ ໄດ້ລົງທຶນໃນໂຄງການປູກພືດທົດແທນການປູກຝິ່ນ, ປະກອບສ່ວນອຸປະຖຳຊ່ວຍເຫລືອເຂົ້າໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງເມືອງ-ແຂວງ ເປັນຕົ້ນແມ່ນ ການແກ້ໄຂບັນຫາການລັກລອບປູກຝິ່ນ, ການບຳບັດປິ່ນປົວຜູ້ຕິດຢາເສບຕິດ, ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ສົ່ງເສີມປະຊາຊົນປູກພືດເປັນສິນຄ້າເຮັດໃຫ້ເຂົາເຈົ້າມີລາຍຮັບເພີ່ມຂຶ້ນ ມີອາຊີບທີ່ໝັ້ນຄົງ, ຊ່ວຍກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່ທ້ອງຖິ່ນ ໂດຍຖືໄດ້ມາສະພາບການລົງທຶນຢູ່ປະເທດລາວມີຜົນສຳເລັດ; ເຊິ່ງໃນຕໍ່ໜ້ານີ້, ທາງກຸ່ມບໍລິສັດ ກໍຍັງຈະສືບຕໍ່ເພີ່ມການລົງທຶນ ໂດຍສະເພາະຢູ່ບັນດາແຂວງພາກເໜືອ ເຊັ່ນກ້ານແນວພັນພືດກະສິກຳ, ຂະຫຍາຍແນວພັນສາລີ, ສົ່ງບຸກຄະລະກອນເຂົ້າມາລາວເພື່ອຊ່ວຍພັດທະນາ, ຝຶກອົບຮົມວິຊາການ ແລະ ແຮງງານລາວໃຫ້ມີຄວາມສາມາດຊຳນານຍິ່ງຂຶ້ນ ພ້ອມທັງຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກລັດຖະບານລາວ, ກະຊວງ ປກສ ລາວ ແລະ ພາກ ສ່ວນກ່ຽວຂ້ອງຂອງທ້ອງຖິ່ນ ໃນການປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ.
ໂອກາດນີ້, ພົຕ ຄຳກິ່ງ ຜຸຍຫລ້າມະນີວົງ ໄດ້ຕີລາຄາຄືນຕໍ່ການປະຕິບັດໂຄງການຂອງກຸ່ມບໍລິສັດເຊິ່ງເຫັນໄດ້ວ່າສອດຄ່ອງກັບນະໂຍບາຍຂອງພັກ-ລັດຖະບານລາວກ່ຽວ ກັບວຽກງານແກ້ໄຂບັນຫາຢາເສບຕິດ, ສະກັດກັ້ນການຜະລິດ-ສ່ວນຜະສົມຂອງຢາເສບຕິດ, ທາດເຄມີ, ຝິ່ນ; ຄຽງຄູ່ກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍສະເພາະຢູ່ບັນດາແຂວງພາກເໜືອໃຫ້ຫັນມາປູກພືດແທນການປູກຝິ່ນ ເພື່ອສ້າງລາຍໄດ້ທີ່ຖືກຕ້ອງລະບຽບກົດໝາຍ; ຖືໂອກາດນີ້ສະແດງຄວາມຂອບໃຈ ແລະ ເຊື່ອໝັ້ນວ່າດ້ວຍສັກກະຍະພາບຂອງກຸ່ມບໍລິສັດຈະສືບຕໍ່ປະຕິບັດໂຄງການໃຫ້ໄດ້ຮັບການພັດທະນາຂຶ້ນ, ສຳລັບກະຊວງ ປກສ ລາວ ແມ່ນມີຄວາມຍິນດີສະໜັບສະໜູນ ແລະ ອຳນວຍຄວາມສະດວກສະໜອງຂໍ້ມູນທີ່ເປັນປະໂຫຍດຕໍ່ໂຄງການ ເພື່ອເຮັດໃຫ້ບັນຫາຢາເສບຕິດຫລຸດລົງ.
ຂໍ້ມູນ: ຄວາມສະຫງົບ