ໄຊສົມບູນ ຈະພັດທະນາສວນສາທາລະນະ 3 ຈຸດ ເຂດເມືອງອະນຸວົງ ຄາດວ່າຈະໃຊ້ງົບ 20 ຕື້ກີບ

ວັນທີ 2 ມິຖຸນາ 2023 ຜ່ານມານີ້ ພະແນກ ຖວທ ແຂວງ ໄດ້ຈັດກອງປະຊຸມ ຜ່ານຮ່າງບົດວິພາກເສດຖະກິດ ເຕັກນິກ ໂຄງການລົງທຶນກໍ່ສ້າງພັດທະນາສວນສາທາລະນະ ໂດຍການເຂົ້າຮ່ວມຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ໂຄງການລົງທຶນກໍ່ສ້າງພັດທະນາສວນສາທາລະນະ ແມ່ນມີ 3 ຈຸດ ຂອບເຂດບໍລິເວນແຄມຕາຝັ່ງເຈື່ອນນໍ້າຈັ້ງ ເມືອງອະນຸວົງ ຊຶ່ງມີເນື້ອທີ່ 3.500 ຕາແມັດ. ເພື່ອການລົງທຶນພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ເປັນມິດຕໍ່ສິ່ງແວດລ້ອມ ໂດຍແມ່ນວິສາຫະກິດເອກະຊົນລາວເປັນຜູ້ສຳປະທານ ແລະ ດຳເນີນການລົງທຶນພາຍໃນ 100% ມູນຄ່າການລົງທຶນ 20 ຕື້ກີບ, ກຳນົດໄລຍະເວລາການກໍ່ສ້າງ 4 ປີ ຈະເລີ່ມຕົ້ນລົງມືກໍ່ສ້າງໃນປີ 2023-2027. ແນໃສ່ສ້າງຜົນກຳໄລທາງດ້ານທຸລະກິດ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງ ທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ, ບັນດາເມືອງຢູ່ອ້ອມຂ້າງ ໃຫ້ມີລາຍຮັບທີ່ໝັ້ນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ຫລຸດຜ່ອນ ແລະ ແກ້ໄຂຄວາມທຸກຍາກເທື່ອລະກ້າວ.