ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ

ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ - 351825929 210277791939408 8934610880818877343 n - ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ
ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ - kitchen vibe - ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ

 

ວັນທີ 5 ມິຖຸນາ 2023 ຜ່ານມາ,  ກອງບັນຊາການ ປກສ ເມືອງວຽງໄຊ ແຂວງຫົວພັນ ໄດ້ສຶກສາອົບຮົມ ເດັກນ້ອຍທີ່ດັດແປງສະພາບເຕັກນິກລົດ ແລ້ວຂັບຂີ່ລົດຈັກກວນເມືອງ ສ້າງສຽງເນືອງນັນ ໃຫ້ປະຊາຊົນຕາມແຄມທາງ.

ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ - Visit Laos Visit SALANA BOUTIQUE HOTEL - ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ
ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ - Visit Laos Visit SALANA BOUTIQUE HOTEL - ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ

ກອງບັນຊາການ ປກສ ເມືອງວຽງໄຊ ໄດ້ຈັດກຳລັງຕຳຫຼວດວິຊາສະເພາະລົງເຄື່ອນໄຫວປະຕິ ບັດໜ້າທີ່ຕິດຕາມ, ກວດກາສະພາບການສັນຈອນ ຢູ່ເຂດເທສະບານເມືອງວຽງໄຊ ພົບເຫັນເດັກນ້ອຍດັດແປງສະພາບເຕັກນິກລົດ ແລ້ວຂັບຂີ່ລົດໄວເກີນກຳນົດ, ໃຊ້ສຽງເນືອງນັນເກີນຂອບເຂດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ຜ່ານການລົງຕິດຕາມ, ກວດກາ ສາມາດແກ້ໄຂເປົ້າໝາຍຂີ່ລົດກວນເມືອງ ຈຳນວນ 1 ຄົນ ເຊິ່ງແມ່ນເດັກນ້ອຍໃນເກນອາຍຸ 15 ປີ ລົດຜູ້ກ່ຽວແມ່ນລັດແປງສະພາບເຕັກນິກ, ດັດແປງທໍ່ຄວັນ ແລະ ໃສ່ຢາງນ້ອຍ ກອງບັນຊາການ ປກສ ເມືອງວຽງໄຊ ຈຶ່ງໄດ້ນຳຜູ້ກ່ຽວພ້ອມຜູ້ປົກຄອງມາເຮັດບົດບັນທຶກສຶກສາອົບຮົມ-ກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ ຈາກນັ້ນໃຫ້ຜູ້ກ່ຽວນຳເອົາທໍ່ອາຍເສຍ ແລະ ຢາງລົດທີ່ຖືກຕາມມາດຖານ ເຕັກນິກທີ່ກຳນົດໄວ້ ມາປ່ຽນຖ່າຍຢູ່ກອງບັນຊາການ ປກສ ເມືອງວຽງໄຊ.

ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ - 3 - ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ
ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ - 5 - ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ
ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ - 4 - ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນຕາມແຄມທາງ