ບານບ້ວງລໍ້ເລື່ອນຄົນພິການລາວ ຈະສືບຕໍ່ພັດທະນາຕໍ່ເນື່ອງ ຫວັງສ້າງຜົນງານໃຫ້ດີກວ່າເກົ່າລະດັບອາຊຽນ
June 8, 2023 - 5:00 PM

ທ່ານ ທອງຈັນ ດວງມະລາໄລ ປະທານສະມາຄົມຄົນພິການແຫ່ງຊາດລາວ ທັງເປັນປະທານສະຫະພັນບານບ້ວງລໍ້ເລື່ອນແຫ່ງຊາດລາວ ລະບຸວ່າ ພາຍຫຼັງກັບເຖິງບ້ານເກີດເມືອງນອນ ສປປ ລາວ ພ້ອມຈະສືບຕໍ່ນຳພາທັບນັກກິລາບານບ້ວງລໍ້ເລື່ອນຄົນພິການປະເພດຍິງ ເຂົ້າສູນເກັບຕົວຝຶກຊ້ອມໃຫ້ແຂງແກ່ນກວ່າເກົ່າ ເພື່ອຫວັງຈະສ້າງຜົນງານໃຫ້ດີ ກວ່າຜ່ານມາ ໃນສອງງານໃຫຍ່ ກໍຄື ງານກິລາເອຊຽນ ພາຣາເກມ ທີ່ເມືອງຫາງໂຈວ ສປ ຈີນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22-28 ຕຸລາ 2023 ແລະ ງານກິລາອາຊຽນພາຣາເກມ ຄັ້ງທີ 13 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025.
ພາຍຫຼັງທີ່ສາວທັບນັກກິລາບານບ້ວງລໍ້ເລື່ອນຄົນພິການທີມຊາດລາວ ສ້າງຜົນງານຄວ້າຫຼຽນທອງ ຫຼຽນທີ 2 ປະເພດບານບ້ວງລໍ້ເລື່ອນ 5×5 ງານກິລາຄົນພິການອາຊຽນ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ໂດຍໄລ່ເອົາຊະນະ ທີມຊາດຟິລິບປິນ ໃນ 4 ຄວໍເຕີ ໄປແບບຂາດຮອຍເຖິງ 54-14 ຄະແນນ ພ້ອມທັງຂຶ້ນຮັບຫຼຽນຢ່າງສົມກຽດ ເມື່ອວັນທີ 7 ມິຖຸນາ 2023 ທີ່ສະໜາມແຫ່ງຊາດ ມໍລະດົກ ເຕໂຊ ໃນໂອກາດດັ່ງກ່າວ, ທ່ານ ທອງຈັນ ດວງມະລາໄລ ປະທານສະມາຄົມຄົນພິການແຫ່ງຊາດລາວ ທັງເປັນປະທານສະຫະພັນບານບ້ວງລໍ້ເລື່ອນແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນໜັງສຶພິມສຶກສາ, ວິທະຍາສາດ ແລະ ກິລາ ຊາບວ່າ: ໃນເບື້ອງຕົ້ນໃນການເຂົ້າຮ່ວມແຂ່ງຂັນບານບ້ວງລໍ້ເລື່ອນ ປະເພດ 3×3 ແລະ ປະເພດ 5×5 ງານກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ແມ່ນມີຄວາມພ້ອມ ແລະ ກໍມີຜົນສຳເລັດຄາດໄວ້ ກໍຄື ສາມາດຮັກສາມູນເຊື້ອໄວ້ 2 ຫຼຽນທອງ ກໍຍ້ອນວ່າ ຜົນງານອອກມາຈາກຄະນະນຳພາ, ຄະນະຄູຝຶກ ແລະ ນັກກິລາ. ແນວໃດກໍດີ, ໃນການເຂົ້າຮ່ວມງານອາຊຽນພາຣາເກມ ຄັ້ງທີ 13 ແລະ ງານກິລາເອຊຽນ ພາຣາເກມ ທີ່ ສປ ຈີນ ຈະໄດ້ສືບຕໍ່ຝຶກຊ້ອມໃຫ້ຕໍ່ເນື່ອງຢ່າງເປັນປົກກະຕິ ແລະ ເພື່ອໃຫ້ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່ານັ້ນ ນັກກິລາກໍຕ້ອງມີຄວາມອົດທົນສູ້ຊົນໃນການຝຶກຊ້ອມໃຫ້ແຂງແຮງກວ່າ ເພາະກຳລັງຄືສິ່ງສຳຄັນທີ່ຈະສາມາດສູ້ກັບນັກກິລາຈາກປະເທດອື່ນ ແລະ ບັນຫາອຸປະກອນກໍສຳຄັນ ພວກເຮົາຈະຕ້ອງໄດ້ສ້ອມແປງລໍ້ໃຫ້ມີຄວາມສົມບູນຂຶ້ນຕື່ມ ເພື່ອໃຫ້ແລ່ນທັນເຂົາເຈົ້າ ຫຼື ອາດຕ້ອງໄດ້ຊື້ໃໝ່ໃຫ້ນັກກິລາ ສຸດທ້າຍຂໍຝາກພໍ່ແມ່ປະຊາຊົນ ຫຼື ສັງຄົມ ຊ່ວຍກັນສະໜັບສະໜູນ ແລະ ໃຫ້ກຳລັງໃຈພວກເຮົາ ເພື່ອກ້າວສູ່ຜົນສຳເລັດໃນໄລຍະໃໝ່ ກໍຄື ສ້າງຜົນງານເປັນກຽດສັກສີໃຫ້ແກ່ປະເທດຊາດ.
ການແຂ່ງຂັນກິລາບານບ້ວງລໍ້ເລື່ອນຄົນພິການງານກິລາອາຊຽນ ພາຣາເກມ 2023 ມີການຊີງໄຊ ທັງໝົດ 4 ຫຼຽນຄຳ ຈາກປະເພດ 3×3 ແລະ ປະເພດ 5×5 ທັງຍິງ ແລະ ຊາຍ ລາຍການດັ່ງກ່າວ ສຳລັບປະເພດ 3×3 ແມ່ນແຂ່ງຂັນ ພຽງຄວໍເຕີດຽວ ໃນເວລາ 10 ນາທີ ສ່ວນປະເພດ 5×5 ແຂ່ງຂັນ 1 ໃນ 4 ຄວໍເຕີ ຄວໍເຕີລະ 10 ນາທີ ສະເພາະສປປ ລາວ ແມ່ນໄດ້ສົ່ງນັກກິລາເຂົ້າຮ່ວມຊີງໄຊພຽງ 2 ລາຍການ ຈາກປະເພດ 3×3 ທີມຍິງ ແລະ ປະເພດ 5×5 ທີມຍິງ ຊຶ່ງທັງ 2 ລາຍການ ແມ່ນມີ 4 ຊາດ ເຂົ້າຮ່ວມ ປະກອບມີ ລາວ, ໄທ, ຟິລິບປິນ ແລະ ມາເລເຊຍ ແຂ່ງຂັນແບບພົບກັນໝົດຄັດເລືອກເອົາທີ 1-2 ໄປຊີງຫຼຽນຄຳ ແລະ ທີ 3 ແລະ ທີ 4 ໄປຊີງຫຼຽນທອງ.
ການແຂ່ງຂັນລາຍການດັ່ງກ່າວ ປະເພດ 3×3 ຍິງ ຫຼຽນຄຳ ເປັນຂອງ ເຈົ້າພາບ ກຳປູເຈຍ, ຫຼຽນເງິນ ໄທ ແລະ ຫຼຽນທອງ ແມ່ນລາວ ສ່ວນ ປະເພດ 3×3 ຊາຍ ຫຼຽນຄຳ ໄທ, ຫຼຽນເງິນ ຟິລິບປິນ ແລະ ຫຼຽນທອງ ມາເລເຊຍ ແລະ ປະເພດ 5×5 ຍິງ ຫຼຽນຄຳ ເປັນຂອງ ໄທ, ຫຼຽນເງິນ ເຈົ້າພາບ ກຳປູເຈຍ ແລະ ຫຼຽນທອງ ແມ່ນລາວ ຂະນະທີ່ ປະເພດ 5×5 ຊາຍ ຫຼຽນຄຳ ໄທ, ຫຼຽນເງິນ ຟິລິບປິນ ແລະ ຫຼຽນທອງ ມາເລເຊຍ.
ຂ່າວ-ຮຸບພາບ: ໜັງສືພິມສຶກສາ-ກິລາລາຍວັນ