ປະທານ ເວສແຮມ ຫມົດຫົນທາງດຶງ ໄຣ ຢູ່ທີມ, ພ້ອມປ່ອຍອອກ ຄາດຄ່າຕົວທະລຸ 100 ລ້ານປອນ

ເດວິດ ຊັລລີແວນ ປະທານສະໂມສອນ ເວສແຮມ ຢູໄນເຕັດ ຢືນຢັນພ້ອມຮັບຂໍ້ສະເໜີຊື້ຕົວ ເດແຄລນ ໄຣ ກອງກາງຕົວເກ່ັງຂອງທີມຕາມສັນຍາທີ່ໄດ້ໃຫ້ເອົາໄວ້.
ໄຣ ເປັນທີ່ຫມາຍປອງຂອງທີມໃຫຍ່ໃນເອີຣົບ ຈາກຜົນງານທີ່ແບກເວສແຮມໃນຫລາຍລະດູການ ລວມທັງລະດູການນີ້ ທີ່ຊ່ວຍທີມລອດຕົກຊັ້ນ ແລະ ຄວ້າແຊ໊ມ ຢູຟາ ຢູໂຣປາ ຄອນເຟີເຣນ ລີກ ຫລ້າສຸດ, ຊັລລີແວນ ຍອມຮັບວ່າ ເຖິງເວລາແລ້ວທີ່ຈະຕ້ອງປ່ອຍ ໄຣ ໄປມືອະນາຄົດ ເຖິງວ່າຈະພະຍາຍາມຖ່ວງດຶງໄວ້ກັບທີມດ້ວຍຂໍ້ສະເໜີຄ່າເມື່ອຍ 200,000 ປອນ/ອາທິດກໍຕາມ.
“ ຂ້ອຍຄິດວ່າລາວໄດ້ຫລິ້ນເກມສຸດທ້າຍໃຫ້ກັບພວກເຮົາແລ້ວ ເຮົາສັນຍາວ່າຈະປ່ອຍລາວຕາມທີ່ເຄີຍສັນຍາກັນໄວ້ ເພາະເຮົາເອງກໍບໍ່ສາມາດຮຽກຮ້ອງກັບ ໄຣ ໄດ້ຫລາຍກວ່ານີ້ອີກແລ້ວ ເຮົາສະເໜີສັນຍາ 200,000 ປອນ/ອາທິດ ເມື່ອ 18 ເດືອນກ່ອນ ແຕ່ລາວປະຕິເສດ ເຖິງຈະເສຍລາຍໄດ້ໄປກໍຕາມ ແຕ່ລາວຕ້ອງການຍ້າຍທີມ ເຮົາບໍ່ສາມາດເກັບລາວໄວ້ໄດ້ຕະຫລອດໄປ ”.
ກ່ອນໜ້ານີ້ ອາເຊນອລ, ແມນເຊສເຕີ ຢູໄນເຕັດ ແລະ ບາເຢິນ ມິວນິກ ພວມຕ້ອງການກອງກາງທີມຊາດອັງກິດໄປຮ່ວມທີມ ເຊິ່ງຄາດວ່າຄ່າຕົວຈະບໍ່ຕຳ່ກວ່າ 100 ລ້ານປອນ.