ພາກລັດ ແລະ ທຸລະກິດ ປຶກສາຫາລືບັນຫາພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ


ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫາກຳ ແລະ ການຄ້າ, ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດ ກ່ຽວກັບບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂຶ້ນວັນທີ 7 ມີຖຸນາ 2023 ທີ່ຫ້ອງປະຊຸມໃຫຍ່ກະຊວງ ອຄ, ເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ກ່າວວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ກໍຄືການແກ້ໄຂບັນຫາຂອງພາກທຸລະກິິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກງານໜຶຶ່ງທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເຊິ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຄວາມສຳຄັນ ແລະ ພະຍາຍາມສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງຕັ້ງໜ້າ ໃນການປັບປຸງ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດຢູ່ພາຍໃນປະເທດ, ຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດລາວ ພ້ອມທັງສົ່ງເສີມ ແລະ ດຶງດູດການລົງທຶນທີ່ມີຄຸນນະພາບຈາກຕ່າງປະເທດ ແນໃສ່ປະກອບສ່ວນເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວ.


ພ້ອມນີ້, ໃນເວທີສາກົນ ແມ່ນຖືເອົາວຽກງານຂົນສົ່ງ ແລະ ການຫັນເປັນດິຈິຕ໋ອນ, ເປັນອົງປະກອບທີ່ສໍາຄັນໃນການຂັບເຄື່ອນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ. ຄະນະກໍາມະການດັ່ງກ່າວ ປະກອບມີ 2 ຂັ້ນ ຄື: ຂັ້ນສູນກາງ ໂດຍແມ່ນທ່ານຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ ແລະ ມີຫ້ອງການກອງເລຂາ ຢູ່ກົມການນໍາເຂົ້າ ແລະ ສົ່ງອອກ. ຂັ້ນແຂວງ ໂດຍແມ່ນທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ເປັນຫົວໜ້າຄະນະ ແລະ ມີ ເປັນຫົວໜ້າກອງເລຂາ. ນອກນັ້ນ, ຍັງໄດ້ແບ່ງອອກເປັນອີກ 2 ໜ່ວຍງານ ຄື: u ໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ມີຈຸດປະສານງານຢູ່ກົມການນໍາເຂົ້າ ແລະ ສົ່ງອອກ ແລະ v ໜ່ວຍງານອໍານວຍຄວາມສະດວກທາງດ້ານການຂົນສົ່ງ ມີຈຸດປະສານງານຢູ່ກົມຂົນສົ່ງ.
ໃນກອງປະຊຸມຈະໄດ້ຮັບຟັງການລາຍງານຫຍໍ້ສະພາບລວມການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານຄ້າ ໂດຍຄັດເລືອກເອົາບາງຜົນສໍາເລັດອັນພົ້ນເດັ່ນ ໃນໄລຍະຜ່ານມາ ເພື່ອມາແລກປ່ຽນໃນກອງປະຊຸມ; ຮັບຟັງຂໍ້ສະເໜີຂອງພາກທຸລະກິດທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ; ແລະ ປຶກສາຫາລື ແລະ ຊີ້ແຈງບັນຫາ ລະຫວ່າງພາກລັດ ແລະ ພາກທຸລະກິດ. ເພື່ອຊອກຫາວິທີການແກ້ໄຂບັນຫາຮ່ວມກັນ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ກົມກຽວກັນ.