ອັລຄາຣາສ ຕະຄີວກິນຂາ ສົ່ງຜົນໃຫ້ ໂຢໂຄວິກ ເຂົ້າຊີງ ເຟຣັນ ໂອເພັນ ລຸ້ນແຊ້ມສະໄໝທີ 3

ການແຂ່ງຂັນເທັນນິດ Grand Slam French Open ທີ່ປາຣີ ປະເທດຝຣັ່ງ ປະເພດຊາຍດ່ຽວ ເດີນທາງມາເຖິງຮອບຮອງຊະນະເລີດ ເປັນການແຂ່ງຂັນໃຫຍ່ລະຫວ່າງ ໂນວັກ ໂຢໂຄວິກ, ຊຸບເປີສະຕາອັນດັບ 3 ຂອງໂລກຈາກເຊີເບຍ ແລະ ຄາໂລ ອັລຄາຣາສ ມື 1 ຂອງໂລກຄົນປັດຈຸບັນ ຈາກສະເປນ.
ເກມການແຂ່ງຂັນແມ່ນມີຄວາມມ່ວນເມື່ອທັງສອງຝ່າຍຈ່າງເກັບເຊັດຂອງໂຕເອງໄດ້ ສະເໝີກັນ 1-1, ແຕ່ຈຸດປ່ຽນມາໃນເຊັດທີ 3 ເມື່ອ ອັລຄາຣາສ ມີຕະຄີວກິນທີ່ຂາຂວາຂອງລາວ. ເຖິງແມ່ນວ່າຈະອອກໄປໃຫ້ການປະຖົມພະຍາບານ ແລະ ຫລັງຈາກນັ້ນກັບຄືນມາຫລິ້ນໄດ້ຕໍ່ ແຕ່ການເຄື່ອນໄຫວ ແລະ ປະຕິກິລິຍາບໍ່ຄືເກົ່າ, ເປີດປະຕູໃຫ້ ໂຢໂຄວິກ ເກັບແຕ້ມເປັນກອບເປັນກຳ.
ສຸດທ້າຍ ກໍ່ເປັນ ໂຢໂຄວິກ ທີ່ປິດວຽກ ແລະ ເອົາຊະນະ ອັລຄາຣາສ ໄດ້ຢ່າງບໍ່ຍາກ ໃນ 2 ເຊັດທີ່ຍັງເຫຼືອ 3-1 ເຊັດ 6-2, 5-7, 6-1, 6-1 ສົ່ງໃຫ້ ນັກກີລາຊາວເຊີເບຍ ເຂົ້າໄປລຸ້ນແຊ້ມ ເຟຣັນ ໂອເພັນ ເປັນຄັ້ງທີ 3, ໄປພົບກັບ ຄາສເປີ ຣຸດ, ມື 4 ຂອງໂລກ ຈາກນໍເວ. ສ່ວນຮອບສຸດທ້າຍຈະຈັດຂຶ້ນໃນວັນທີ 11 ເດືອນມິຖຸນານີ້.