ເຊລຊີ ເປີດເສິກ ຣຽວ ມາດຣິດ ຫວັງຍາດຕົວກັບ ເລົາຕາໂຣ ມາຕີເນສ ຊ່ວຍລ່າຕາຂ່າຍ
June 11, 2023 - 4:52 PM




ເລົາຕາໂຣ ມາຕີເນສ ສະເໜ່ຫອມທີ່ສຸດ ເມື່ອມີ 2 ທີມໃຫຍ່ໃນຢູໂຣບ ຄື ເຊລຊີ ແລະ ຣຽວ ມາດຣິດ ພວມໃຫ້ຄວາມສົນໃຈດຶງຕົວໄປລ່າຕາໜ່າງໃນລະດູການໜ້າ.
ສຳນັກຂ່າວ The Times ລາຍງານວ່າ : ເຊລຊີ ແລະ ຣຽວ ມາດຣິດ ກຽມເປີດເສິກຍາດຕົວ ເລົາຕາໂຣ ມາຕີເນສ ກອງໜ້າຂອງ ອິນເຕີ ມິລານ.
ມາຕີເນສ ເປັນຫນຶ່ງໃນເປົ້າຫມາຍທີ່ເຊລຊີຢາກໄດ້ຕົວ ເນື່ອງຈາກທີມພວມຊອກຫາກອງໜ້າຄົນໃຫມ່ ແຕ່ ຣຽວ ມາດຣິດເອງກໍພວມຕາມຫາກອງໜ້າຢູ່ເຊ່ັນດຽວກັນ ເພື່ອນຳມາແທນທີ່ ຄາຣິມ ເບນເຊມາ ເຊິ່ງຍ້າຍອອກໄປແລ້ວ.
ແນວໃດກໍຕາມ ມາດຣິດ ເອງກໍຍັງມີຂ່າວສົນໃຈ ໄຄ ຮາແວດ ກອງໜ້າຂອງເຊລຊີ ເຊິ່ງ ເຊລຊີ ໜ້າຈະອາໄສໂອກາດນີ້ຂາຍ ຮາແວດ ໃຫ້ ມາດຣິດ ເພາະນອກຈາກອາດຊ່ວຍໃຫ້ມາດຣິດເຊົາມາສົນໃຈ ມາຕີເນສ ແລ້ວ ຍັງເປັນການເປີດພື້ນທີ່ໃຫ້ ມາຕີເນສ ເຂົ້າມາເປັນຂຸມກຳລັງໃນກອງໜ້ານຳອີກ.