ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງຫົວພັນ ກາງສະໄໝ ທີ X

ກອງປະຊຸມທາບທາມຄວາມໄວ້ວາງໃຈການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງຫົວພັນ ກາງສະໄໝທີ X ໄດ້ຈັດຂຶ້ນວັນທີ 12 ມິຖຸນາ 2023, ເຂົ້າຮ່ວມໂດຍ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ສປປ ລາວ, ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ.
ເພື່ອຕີລາຄາທົບທວນຄືນເຖິງໝາກຜົນຂອງການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ໃນໄລຍະສອງປີເຄິ່ງຜ່ານມາ ໂດຍເລັ່ງໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າ ຂອງຄະນະພັກທຸກຂັ້ນ, ກວດກາຄວາມຮັບຜິດຊອບດ້ານການເມືອງຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ຕໍ່ການນຳພາລວມ ແລະ ຄວາມຮັບຜິດຊອບ ຂອງບຸກຄົນໃນຄະນະພັກຕາມການ ແບ່ງຄວາມຮັບຜິດຊອບ, ຊອກໃຫ້ເຫັນດ້ານຕັ້ງໜ້າທີ່ຈະເສີມຂະຫຍາຍ ແລະ ເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ເປັນຂໍ້ມູນພື້ນຖານທີ່ສຳຄັນໃນການເບິ່ງບັນຫາຂອງການຈັດຕັ້ງໃຫ້ບັນດາສະຫາຍຄະນະພັກທຸກຂັ້ນ, ເປັນບ່ອນອີງໃນການປັບປຸງປົວແປງກໍ່ສ້າງຕົນເອງ, ຍົກສູງບົດບາດຄວາມສາມາດນໍາພາ ຂອງຄະນະພັກໃຫ້ສູງຂຶ້ນ ແລະ ເສີມຂະຫຍາຍຄວາມເປັນແບບເປັນຢ່າງນໍາໜ້າ ຂອງບັນດາສະຫາຍຄະນະພັກ ໃຫ້ກາຍເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ເປັນກໍາລັງແຮງສັງລວມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍວາງໄວ້, ກໍຄືການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງວາງອອກໃຫ້ປະກົດຜົນເປັນຈິງ. ກອງປະຊຸມຄັ້ງນີ້ ເປັນການເຊີດຊູຄວາມຮັບຜິດຊອບ ຂອງຕົນເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈີງ ແລະ ຢຶດໝັ້ນຕາມຫຼັກການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງແທ້ຈິງ.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມ ເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈີງ ແລະ ຢຶດໝັ້ນຕາມຫລັກການ, ກົດລະບຽບ ແລະ ທັດສະນະຂອງພັກຢ່າງຖືກຕ້ອງ. ທີ່ສຳຄັນແມ່ນຕ້ອງຫລີກລ້ຽງການມີທັດສະນະອະຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫລື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນ ທີ່ຈະພາໃຫ້ບຸກຄົນ ຫລື ການຈັດຕັ້ງນັ້ນໆມີການເສືອມເສຍ, ແຕ່ໃນທີ່ນີ້ ບໍ່ໝາຍຄວາມວ່າຈະບໍ່ໃຫ້ມີການຕຳນິສົ່ງຂ່າວນັ້ນບໍ່ແມ່ນແຕ່ການຕຳນິສົ່ງຂ່າວ ຕ້ອງມີລັກສະນະທີ່ສ້າງສັນ ຮັບປະກັນເຮັດໃຫ້ບຸກຄົນ, ຄະນະພັກດັ່ງກ່າວໄດ້ຮັບຮູ້ ແລະ ພ້ອມກັນນັ້ນ ສະຫາຍທີ່ຖືກຕຳນິສົ່ງຂ່າວກໍໃຫ້ນຳເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນ ແລະ ປັບປຸງປົວແປງຕົນເອງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ.