ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ

ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ -                                    - ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ
ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ - kitchen vibe - ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ

ໂດຍ: ທິດກໍ່າ

ນັບແຕ່ປະເທດເຮົາມີລົດໄຟຄວາມໄວສູງ ລາວ-ຈີນ ມາຮອດປັດຈຸບັນເຫັນວ່າມີຫລາຍປັດໄຈທີ່ເຮັດໃຫ້ລາວເຮົາມີໃບໜ້າໃໝ່ ແລະ ມີໜ້າມີຕາ ຕໍ່ກຽດ ແລະ ສັກສີຂອງປະເທດ. ອັນສໍາຄັນທີ່ສຸດກໍແມ່ນໄດ້ປະກອບສ່ວນຢ່າງໃຫຍ່ຫລວງຕໍ່ການກະຕຸ້ນເສດຖະກິດຂອງລາວເຮົາໃຫ້ມີການເຕີບໃຫຍ່ຂຶ້ນເລື້ອຍໆເຊັ່ນ: ມີລາຍຮັບຈາກການທ່ອງທ່ຽວ, ການເດີນທາງໄປມາສະດວກວ່ອງໄວທັນໃຈ ໂດຍສະເພາະແມ່ນໄປບັນດາແຂວງທາງພາກເໜືອຂອງລາວ ທັງສາມາດດຶງດູດນັກທ່ອງທ່ຽວຈາກພາກພື້ນ ແລະ ທົ່ວໂລກມາທ່ຽວລາວໃຫ້ຫລາຍຂຶ້ນ. ນອກຈາກນີ້ ຍັງສ້າງເງື່ອນໄຂໃຫ້ມີແຫລ່ງເສດຖະກິດເກີດຂຶ້ນປານດອກເຫັດເຊັ່ນ: ສູນການຄ້າ, ສະຖານີປ່ຽນຖ່າຍສິນຄ້າ, ລະບົບສາງບັນຈຸສິນຄ້າ, ທີ່ພັກອາໃສ, ໂຮງແຮມ, ເຮືອນພັກຮ້ານອາຫານ, ສໍານັກງານອົງການ, ໂຮງຈັກໂຮງງານໃນເຂດແລວທາງເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະໃຫ້ມີບັນຍາກາດໃນການລົງທຶນຢ່າງຄຶກຄັກຕື່ມອີກ.

ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ - Visit Laos Visit SALANA BOUTIQUE HOTEL - ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ

ອີງຕາມການລາຍງານໃຫ້ຮູ້ວ່າ: ໃນໄລຍະ 5 ເດືອນຕົ້ນປີ 2023 ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ບໍລິການຂົນສົ່ງສິນຄ້າບັນລຸ 1.741.590 ໂຕນ ໃນນີ້ຂົນສົ່ງສິນຄ້າໄປ ສປ ຈີນ ໄດ້ 1.580.680 ໂຕນ, ຂົນສົ່ງສິນຄ້າຈາກຈີນມາລາວ 160.910 ໂຕນ ໃນຈໍານວນສິນຄ້າທີ່ໄດ້ຂົນສົ່ງອອກປະກອບມີ: ຢາງພາລາ, ແຮ່ເຫລັກ, ແຮ່ສັງກະສີ, ຫີນສົ້ມ, ໝາກໄມ້, ແປ້ງມັນຕົ້ນ ແລະ ເຂົ້າບາເລ. ສ່ວນສິນຄ້າທີ່ໄດ້ຂົນສົ່ງເຂົ້າມາກໍມີເຄື່ອງໃຊ້ໄຟຟ້າ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ອຸປະກອນກົນຈັກ, ລົດໃຫຍ່ ແລະ ອື່ນໆ.

ເມື່ອສັງລວມແລ້ວ ຕົວເລກໝາກຜົນຂອງການບໍລິການຂົນສົ່ງທາງບົກຜ່ານ ສາຍທາງລົດໄຟ ລາວ-ຈີນ ນັບແຕ່ມື້ເປີດກວ້າງອອກ ມາຮອດປັດຈຸບັນແມ່ນມີທັງໝົດ 4.097.300 ໂຕນ ໃນນີ້ຂົນສົ່ງສິນຄ້າຈາກ ສປປ ລາວ ໄປ ສປ ຈີນ ທັງໝົດປະມານ 3.450.000 ກວ່າໂຕນ ແລະ ຈາກຈີນມາລາວ 650.900 ໂຕນ. ນີ້ຄືຕົວເລກຜົນງານຕົວຈິງໃນການບໍລິການຂົນສົ່ງສິນຄ້າຂອງບໍລິສັດລົດໄຟ ລາວ-ຈີນ . ສ່ວນການບໍລິການຂົນສົ່ງໂດຍສານກໍມີຜົນຕອບຮັບດີເກີນຄາດ ເຊິ່ງມາຮອດປັດຈຸບັນໄດ້ມີຜູ້ໂດຍສານ ແລະ ນັກທ່ອງທ່ຽວໃຊ້ບໍລິການເຖິງ 1 ລ້ານກວ່າເທື່ອຄົນແລ້ວ. ສະເພາະນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວຫລາຍກວ່າໝູ່ແມ່ນຈາກປະເທດໄທ, ຮອງລົງມາແມ່ນຫວຽດນາມ ແລະ ຈີນຕາມລໍາດັບ.

ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ເປັນໂຄງການທີ່ສໍາຄັນ ເຊິ່ງນອນຢູ່ໃນໜຶ່ງແລວ ໜຶ່ງເສັ້ນທາງຂອງຈີນທີ່ຈະເຊື່ອມໂຍງ ແລະ ເຊື່ອມຈອດໄປທົ່ວໂລກ. ເພາະສະນັ້ນ ປະເທດຂອງພວກເຮົາກໍເປັນປະເທດໜຶ່ງທີ່ໄດ້ຮັບແຮງສັດທາໂດຍກົງຈາກໂຄງການດັ່ງກ່າວ. ໃນໄລຍະດໍາເນີນການກໍ່ສ້າງຈົນມາຮອດໂຄງການນີ້ສໍາເລັດ ໄດ້ມີສື່ຫລາຍຊ່ອງຂອງປະເທດເພື່ອນບ້ານພາກັນວິເຄາະໃນທາງສ້າງສັນ ແລະ ບໍ່ສ້າງສັນຕ່າງໆນາໆ ເຊິ່ງບາງໄລຍະຈົນເກີດມີເສິກນໍ້າລາຍຕໍ່ກັນຢ່າງຫຼີກບໍ່ໄດ້, ມີສື່ອອນລາຍບາງຊ່ອງກໍເວົ້າວ່າລາວຕິດກັບດັກໜີ້ຈີນ, ຈີນຢຶດເອົາລາວ, ສື່ບາງຊ່ອງກໍເວົ້າວ່າຄົນລາວບໍ່ມີປັນຍາໄດ້ຂີ່ລົດໄຟ ຍ້ອນບໍ່ມີເງິນຊື້ປີ້ ເພາະລາຄາມັນແພງຄົນລາວຍັງທຸກຍາກ ແລະ ອື່ນໆສາລະພັດຢ່າງ.

ຢ່າງໃດກໍດີ, ເຖິງໃຜຈະວິເຄາະວິຈານໄປໃນທິດທາງໃດກໍຕາມ ແຕ່ຄົນລາວພູມໃຈໃນສິ່ງທີ່ຕົນມີ ແລະ ກໍສາມາດເຮັດໄດ້ຄືໝູ່, ມີລົດໄຟຄືໝູ່ ຈົນມາຮອດປັດຈຸບັນ ຄວາມຈິງມັນກໍໄດ້ພິສູດໃຫ້ຮູ້ແລ້ວວ່າ ພາຍຫລັງໂຄງການນີ້ສໍາເລັດ ແລະ ເລີ່ມບໍລິການບາງໄລຍະຈົນຜູ້ໃຊ້ບໍລິການໄດ້ລຽນຄິວກັນຊື້ປີ້ ແລະ ເສັ້ນທາງສາຍນີ້ມັນກໍເປັນປັດໄຈໜຶ່ງທີ່ເຮັດໃຫ້ເສດຖະກິດລາວເຕີບໃຫຍ່ ບໍ່ວ່າໃນປັດຈຸບັນ ແລະ ອະນາຄົດອັນຍາວນານ.

ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ - 4 - ເສັ້ນທາງລົດໄຟ ລາວ-ຈີນ ໜຶ່ງໃນປັດໄຈກະຕຸ້ນເສດຖະກິດລາວໃຫ້ເຕີບໂຕ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!