ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ

ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ - 353622283 775088164304642 7708823734842728771 n - ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ
ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ - kitchen vibe - ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ
ກອງປະຊຸມປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບຢູ່ຂອບເຂດ ບ້ານວັງຂາມ ເມືອງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2023 ຜ່ານມາ, ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ມີ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ບຸນລັບ ແສງອາພອນ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີເຈົ້າເມືອງໄຊຍະບູລີ ພ້ອມດ້ວຍຕາງໜ້າບໍລິສັດເອກະຊົນ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດເອກະຊົນທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດຢູ່ແຂວງໄຊຍະບູລີ ໃນການສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ໃນວັນທີ 15 ທັນວາ 2022 ຜ່ານມາ ໃນເນື້ອທີ່ 74,64 ເຮັກຕາ, ຕັ້ງຢູ່ຈຸດບ້ານວັງຂາມ ເມືອງໄຊຍະບູລີ ຫ່າງຈາກເທດສະບານເມືອງ 9 ກິໂລແມັດ ໄລຍະສໍາປະທານ 50 ປີ, ໂຮງງານດັ່ງກ່າວເປັນໂຮງງານຂະໜາດໃຫຍ່ ທັນສະໄໝ ນໍາໃຊ້ເຄື່ອງຈັກ ອຸປະກອນທີ່ມີຄຸນນະພາບສູງ, ສະມັດຖະພາບໃນການຜະລິດໃຊ້ວັດຖຸດິບ 500-2.000 ໂຕນຕໍ່ມື້, ສະເລ່ຍຜະລິດຕະພັນສໍາເລັດຮູບໄດ້ 150-500 ໂຕນຕໍ່ມື້.
ໂຮງງານໃຊ້ຫົວເຄື່ອງຈັກຜະລິດສອງຫົວ ແລະ ປີ 2025 ອາດຈະເພີ່ມຫົວເຄື່ອງຈັກຜະລິດອີກໜຶ່ງຊຸດ ໃນປີທໍາອິດເມື່ອເປີດໂຮງງານເປັນທາງການແລ້ວ ທາງໂຮງງານຈະໄດ້ສົ່ງເສີມໃຫ້ຊາວກະສິກອນປູກມັນຕົ້ນເພື່ອມາປ້ອນໂຮງງານ ຈໍານວນ 50 ບ້ານໃນ 2 ເມືອງຄື: ເມືອງໄຊຍະບູລີ ແລະ ເມືອງພຽງ, ໃນເນື້ອທີ່ 2.000-3.000 ເຮັກຕາ ພ້ອມນີ້ທາງໂຮງງານຍັງຈະເກັບຊື້ວັດຖຸດິບຈາກເມືອງອື່ນໆ ເພື່ອປ້ອນໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ສົ່ງອອກພາຍໃນປະເທດ ແລະ ຕ່າງປະເທດ ໂດຍສະເພາະ ສປ ຈີນ ອັນຈະສ້າງລາຍຮັບໃຫ້ພໍ່ແມ່ປະຊາຊົນຜູ້ປູກມັນຕົ້ນໂດຍກົງບໍ່ຜ່ານພໍ່ຄ້າມືກາງ ປະຊາຊົນຈະມີລາຍໄດ້ເພີ່ມຂຶ້ນຈາກເມື່ອກ່ອນ 50-60%. ຄຽງຄູ່ກັນນີ້ ຍັງຈະສ້າງວຽກເຮັດງານທໍາແກ້ໄຂບັນຫາການວ່າງງານ ແລະ ຫຼີກລ່ຽງບັນຫາແຮງງານອອກໄປເຮັດວຽກຢູ່ຕ່າງປະເທດ ທັງເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາ ຊົນດີຂຶ້ນກ້າວໄປເຖິງການລຶບລ້າງຄວາມທຸກຍາກ ຂອງປະຊາຊົນຕາມບຸລິມະສິດຂອງລັດຖະບານວາງອອກ.
ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ - 5 - ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ
ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ - 3 - ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ
ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ - 4 - ປຶກສາຫາລືການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ທີ່ເມືອງໄຊຍະບູລີ