ໄຟໄໝ້ປ່າໃນການາດາ ເສຍຫາຍຫລາຍກວ່າ 9 ລ້ານເຮັກຕາ
June 13, 2023 - 11:26 AM

ສຳນັກຂ່າວຊິນຮວາລາຍງານ ໃນວັນທີ 10 ມິຖຸນາ 2023 ຜ່ານມາວ່າ: ການາດາ ເລັ່ງລະດັບກຳລັງເຈົ້າໜ້າທີ່ດັບເພີງຄວບຄຸມ ໄຟໄໝ້ປ່າທາງຕາເວັນອອກສ່ຽງເໜືອຂອງປະເທດ ກວມເອົາເນື້ອທີ່ ຫລາຍກວ່າ 9 ລ້ານເຮັກຕາສົ່ງຜົນໃຫ້ ຍົກຍ້າຍປະຊາຊົນ ຫລາຍກວ່າ 20.000 ຄົນ ໂດຍມີ ຈຸດແປວໄຟໄໝ້ແພ່ລາມ ໄປຫລາຍກວ່າ 400 ຈຸດ ໃນນີ້ ເຄິ່ງໜຶ່ງບໍ່ສາມາດຄວບຄຸມໄດ້ ຫລັງຈາກເກີດໄຟໄໝ້ປ່າທັງໝົດ ໃນການາດາ ຫລາຍກວ່າ 2.405 ຈຸດ ໃນປີນີ້.