ໄຟໄໝ້ປ່າຢູ່ການາດາຍັງໜ້າເປັນຫ່ວງ ຄວັນຂະໜາດໃຫຍ່ລອຍປົກຄຸມຫລາຍພື້ນທີ່ ໄໝ້ເສຍຫາຍແລ້ວ 30 ລ້ານກວ່າໄລ່

ສະຖານະການໄຟໄໝ້ປ່າຢູ່ການາດາຍັງໜ້າເປັນຫ່ວງ ຫລັງຈາກສະພາບອາກາດທີ່ແຫ້ງ ແລະ ຮ້ອນອົບເອົ້າຂອງລະດູຮ້ອນເອື້ອອຳນວຍໃຫ້ໄຟໄໝ້ປ່າເກີດຂຶ້ນໃນຫລາຍພື້ນທີ່ທົ່ວປະເທດ ສົ່ງຜົນໃຫ້ຄວັນຂະໜາດໃຫຍ່ລອຍຂຶ້ນປົກຄຸມເໜືອທ້ອງຟ້າການາດາ ແລະ ລອຍຂ້າມຊາຍແດນປະເທດເຂົ້າໄປພື້ນທີ່ຂອງອາເມລິກາໃນຫລາຍອາທິດຜ່ານມາ.
ໂດຍພື້ນທີ່ເຂດລັດແອລເບີຕາທີ່ມີຊາຍແດນທາງຕອນໃຕ້ຕິດກັບພື້ນທີ່ທາງພາກເໜືອຂອງອາເມລິກາ ຍັງມີໄຟໄໝ້ປ່າເກີດຂຶ້ນຢ່າງຕໍ່ເນື່ອງ ຫລັງຈາກທາງການທ້ອງຖິ່ນໄດ້ປະກາດສະຖານະການສຸກເສີນເນື່ອງຈາກໄຟໄໝ້ປ່າເປັນຄັ້ງທໍາອິດນັບແຕ່ວັນທີ 4 ພຶດສະພາຜ່ານມາ, ພ້ອມປະກາດໃຫ້ດັດຊະນີຄຸນນະພາບອາກາດຂອງພື້ນທີ່ເຂດນີ້ຢູ່ໃນເກນຄວາມສ່ຽງສູງທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງມະນຸດ.
ທາງການຄາດວ່າ: ປັດຈຸບັນ ການາດາກໍາລັງຜະເຊີນລະດູໄຟໄໝ້ປ່າທີ່ມີທ່າອ່ຽງຈູດທໍາລາຍພື້ນທີ່ຂອງການາດາຫລາຍທີ່ສຸດໃນປະຫວັດສາດ ໂດຍຫລ້າສຸດເນື້ອທີ່ກວ່າ 4,8 ລ້ານເຮັກຕາ ໄດ້ຮັບຄວາມເສຍຫາຍຈາກໄຟໄໝ້ປ່າໃນຄັ້ງນີ້ແລ້ວ.
ຫລ້າສຸດທາງການໄດ້ສົ່ງເຈົ້າໜ້າທີ່ມອດໄຟເກືອບ 5.000 ຄົນ ໄປປະຈໍາການໃນພື້ນທີ່ເຂດທີ່ຜະເຊີນວິກິດໄຟໄໝ້ປ່າຮຸນແຮງ ບໍ່ວ່າຈະເປັນລັດແອລເບີຕາ, ລັດໂນວາສໂກເຊຍ ລວມທັງລັດຄວິເບກ ເພື່ອກຽມພ້ອມຮັບມືຕໍ່ເຫດໄຟໄໝ້ປ່າທີ່ອາດຈະທະວີຄວາມຮຸນແຮງຍິ່ງຂຶ້ນອີກ ໂດຍວິກິດໄຟໄໝ້ປ່າໃນຄັ້ງນີ້ສົ່ງຜົນກະທົບຕໍ່ອຸດສາຫະກໍາຄ້າໄມ້ຂອງການາດາ. ຂະນະທີ່ຂະແໜງທຸລະກິດກໍ່ສ້າງກໍໄດ້ຮັບຜົນກະທົບ ເນື່ອງຈາກລາຄາສິນຄ້າ ແລະ ວັດສະດຸທີ່ມີລາຄາແພງຂຶ້ນ.