ມາຄຣົງ ກ່ອມ ເອັມປັບເປ້ ໃຫ້ຢູ່ກັບເປແອສເຊ ຕໍ່
June 15, 2023 - 11:00 AM


ປະທານາທິບໍດີຝຣັ່ງໄດ້ຢືນຢັນວ່າລາວຈະຊຸກຍູ້ໃຫ້ກອງຫນ້າໂຕເກັ່ງຢູ່ກັບສະໂມສອນເດີມຕໍ່ໄປ ແລະ ບໍ່ຍ້າຍໄປສະໂມສອນອື່ນຕາມທີ່ເປັນຂ່າວກ່ອນຫນ້ານີ້.
ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ເປີດເຜີຍໂດຍຫຍໍ້ວ່າຈະພະຍາຍາມພັກດັນໃຫ້ ຄີລຽນ ເອັມປັບເປ້ ຍັງຢູ່ກັບ ປາຣີ ແຊັງ-ແຊັກແມັງ ຕໍ່ໄປ ເຖິງວ່າຈະມີຂ່າວນັກເຕະໄດ້ແຈ້ງສະໂມສອນແລ້ວວ່າຈະບໍ່ຕໍ່ສັນຍາອອກໄປໃນປີໜ້າ.
ຫົວຫອກໄວ 24 ປີ ຕົກເປັນຂ່າວວ່າຈະຖືກຂາຍອອກຈາກທີມໃນລະດູຮ້ອນນີ້. ຫລັງຈາກທີ່ນັກເຕະຈະໝົດສັນຍາກັບທີມໃນປີໜ້າ. ແລະ ໄດ້ແຈ້ງກັບຕົ້ນສັງກັດວ່າລາວຈະບໍ່ຂໍຕໍ່ສັນຍາອອກໄປ ເຊິ່ງ ເປແອສເຊ ບໍ່ຕ້ອງການທີ່ຈະເສຍເຂົາຟຣີໆ ເມື່ອສິ້ນສຸດລະດູການ.
ກ່ອນໜ້ານີ້ ມາຄຣົງ ເປັນໜຶ່ງໃນຜູ້ທີ່ມີບົດບາດສຳຄັນໃນການຊັກຊວນນັກເຕະໃຫ້ຂະຫຍາຍສັນຍາກັບ ເປແອສເຊ ໃນປີກາຍນີ້. ແລະ ລາວມີຄວາມຕັ້ງໃຈທີ່ຈະເຮັດແບບນັ້ນອີກຄັ້ງ.