ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ

ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ -           - ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ
ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ - kitchen vibe - ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ

ທ່ານ ພັທ ບຸນມີ ກັນຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ວັນທີ 14 ມິຖຸນາ 2023 ນີ້ໃຫ້ຮູ້ວ່າ: ວັນທີ 9 ມິຖຸນາ 2023 ເວລາ 21:00 ໂມງ ໄດ້ລົງກວດສອບພື້ນທີ່ມີເຫດບຸກຄົນຖືກທຳຮ້າຍຮ່າງກາຍຢູ່ຮ້ານຊື້-ຂາຍ ເຫລັກເສດ ແຫ່ງໜຶ່ງຢູ່ບ້ານສາລາຄຳ, ພົບເຫັນຜູ້ບາດເຈັບຕາມບໍລິເວນໃບໜ້າ ແລະ ຫົວ ຈຶ່ງນຳສົ່ງໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ ຮອດວັນທີ 12 ມິຖຸນາ 2023 ເວລາ 11:00 ໂມງ ຈຶ່ງໄດ້ໄດ້ພົບຜູ້ກໍ່ເຫດ ຊື່ ທ້າວ ຄຳສາຍ ຫລື ງົວ  ພ້ອມນຳມາຈຳລອງເຫດການລົງມືຄາຕະກຳ ເພື່ອປະກອບຄຳໃຫ້ການ ແລະສືບສວນ-ສອບສວນ.

ຜູ້ກໍ່ເຫດຮັບສາລະພາບວ່າ: ເວລາ 21:00 ໂມງ ຂອງວັນທີ 9 ມິຖຸນາ 2023 ຕົນໄດ້ເອົາເຫລັກໄປຂາຍໃຫ້ ນາງ ຫງວຽນ ທິ ແທ່ງ (ຊາວຫວຽດນາມ) ເຈົ້າຂອງຮ້ານຊື້-ຂາຍ ເຫລັກເສດ, ທຳອິດເຈົ້າຂອງຮ້ານວ່າຈະຮັບຊື້ ຕົນຈຶ່ງໄດ້ຂົນລົງຈາກລົດມາຊັ່ງກິໂລເປັນທີ່ຮຽບຮ້ອຍແລ້ວ ແຕ່ເຈົ້າຂອງຮ້ານເຫລັກວ່າຈະຕັດລໍ້ຢາງທີ່ຕິດມານຳເຫລັກອອກ, ຂະນະດຽວກັນກໍປະຕິເສດບໍ່ຮັບຊື້ ແລະ ບອກວ່າເດິກແລ້ວ ເພາະຢ້ານເປັນຂອງໂຈນທີ່ລັກມາຂາຍ ພ້ອມທັງໄລ່ຕົນໜີອອກໄປ, ຈາກນັ້ນຈຶ່ງເກີດມີປາກສຽງກັນ ເຊິ່ງເຮັດໃຫ້ຕົນເອງໂມໂຫຍ້ອນຢາກໄດ້ເງິນ ຈຶ່ງເອົາເຫລັກເສດທັບໃສ່ໃບໜ້າ, ຫົວ ແລະ ບໍລິເວນຕຸ້ມຫູ ຈຳນວນ 6 ບາດ ໄດ້ຮັບບາດເຈັບໜັກ ແລະ ເສຍຊີວິດໃນເວລາຕໍ່ມາ.

ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ - Visit Laos Visit SALANA BOUTIQUE HOTEL - ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ
ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ - 4 - ລົງມືທຳຮ້າຍຮ່າງກາຍເຈົ້າຂອງຮ້ານເຫລັກເສດຈົນເສຍຊີວິດ ຍ້ອນຖືກປະຕິເສດບໍ່ຮັບຊື້ເຫລັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!