ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ

ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ - Untitled 6 - ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ
ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ - kitchen vibe - ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ

ສະພາຜູ້ແທນລາຊະດອນຍີ່ປຸ່ນຜ່ານຮ່າງກົດໝາຍສະບັບໃໝ່ໃນວັນທີ 16 ມິຖຸນາ ໂດຍເພີ່ມອາຍຸການຍິນຍອມ (Age of Consent) ຫລື ອາຍຸຍອມໃຫ້ຮ່ວມປະເວນີໄດ້ ຈາກ 13 ປີ ເປັນ 16 ປີ ໂດຍຖືເປັນການປະຕິຮູບກົດໝາຍອາດຊະຍາກໍາທາງເພດຄັ້ງສໍາຄັນຂອງປະເທດ.

ອາຍຸການຍິນຍອມຄືກົດໝາຍທີ່ກໍານົດໃຫ້ການມີເພດສໍາພັນກັບຄົນທີ່ອາຍຸຕໍ່າກວ່າອາຍຸການຍິນຍອມ ຈະຖືວ່າເປັນການຂົ່ມຂືນທຸກກໍລະນີ ບໍ່ວ່າເຫຍື່ອຈະຍິນຍອມ ຫລື ບໍ່.

ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ - Visit Laos Visit SALANA BOUTIQUE HOTEL - ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ
ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ - Visit Laos Visit SALANA BOUTIQUE HOTEL - ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ

ຜ່ານມາຍີ່ປຸ່ນກໍານົດອາຍຸການຍິນຍອມໄວ້ 13 ປີ ເຊິ່ງຖືວ່າຕໍ່າທີ່ສຸດໃນໂລກ ແລະ ບໍ່ມີການປ່ຽນແປງມາແຕ່ປີ 1907 ໂດຍຖືວ່າເດັກອາຍຸ 13 ປີຂຶ້ນໄປສາມາດໃຫ້ການຍິນຍອມໄດ້. ຂະນະທີ່ເຢຍລະມັນ ແລະ ຈີນກໍານົດໄວ້ 14 ປີ, ຝຣັ່ງ 15 ປີ ແລະ ອັງກິດ 16 ປີ.

ພາຍໃຕ້ກົດໝາຍສະບັບໃໝ່ນີ້ຍັງກໍານົດໃຫ້ຄູ່ຮັກໄວລຸ້ນທີ່ມີອາຍຸຫ່າງກັນບໍ່ເກີນ 5 ປີ ຈະໄດ້ຮັບການຍົກເວັ້ນບໍ່ຕ້ອງຖືກຟ້ອງຮ້ອງຖ້າທັງສອງອາຍຸຫລາຍກວ່າ 13 ປີ.

ໂດຍນອກຈາກນີ້, ຮ່າງກົດໝາຍສະບັບໃໝ່ຍັງລະບຸຂໍ້ກໍານົດໃນການດໍາເນີນຄະດີຂົ່ມຂືນ ແລະ ກໍານົດໃຫ້ການແອບເບິ່ງເປັນຄວາມຜິດພາດທາງອາຍາ.

ທັງນີ້, ຍີ່ປຸ່ນມີການແກ້ໄຂປະມວນກົດໝາຍອາຍາກ່ຽວກັບຄວາມຜິດທາງເພດຄັ້ງຫລ້າສຸດໃນປີ 2017 ເຊິ່ງຖືເປັນຄັ້ງທໍາອິດໃນຮອບກວ່າສະຕະວັດ, ແຕ່ກຸ່ມເຄື່ອນໄຫວເບິ່ງວ່າການປະຕິຮູບທີ່ເກີດຂຶ້ນຍັງບໍ່ພຽງພໍ.

ໃນປີ 2019 ມີຫລາຍຄະດີຂົ່ມຂືນທີ່ຜູ້ຖືກສົງໄສພົ້ນຜິດ ແລະ ສົ່ງຜົນໃຫ້ປະຊາຊົນຈໍານວນຫລາຍບໍ່ພໍໃຈຈົນເກີດການຊຸມນຸມປະທ້ວງຂຶ້ນໃນຫລາຍເມືອງທົ່ວປະເທດ.

ໂດຍການດໍາເນີນຄະດີຕໍ່ຜູ້ກໍ່ເຫດຂົ່ມຂືນພາຍໃຕ້ກົດໝາຍສະບັບກ່ອນໜ້ານີ້ມີຄວາມຍາກລໍາບາກ ເນື່ອງຈາກໄອຍະການຕ້ອງພິສູດວ່າເຫຍື່ອນັ້ນໄຮ້ຄວາມສາມາດເພາະຄວາມຮຸນແຮງ ແລະ ການຂົ່ມຂູ່ຂອງຜູ້ກໍ່ເຫດ ເຊິ່ງນັກວິຈານຂັດແຍ່ງວ່າຂໍ້ກໍານົດນີ້ກ່າວໂທດຜູ້ທີ່ຕົກເປັນເຫຍື່ອເພາະບໍ່ຕໍ່ຕ້ານພຽງພໍ.

ຂະນະທີ່ຮ່າງກົດໝາຍຜ່ານການລົງມະຕິຂອງສະພາໃນຄັ້ງນີ້ມີລາຍການຕົວຢ່າງທີ່ສາມາດດໍາເນີນການຟ້ອງຮ້ອງຄະດີຂົ່ມຂືນໄດ້ ເຊິ່ງລວມທັງຄະດີທີ່ເຫຍື່ອຖືກຂົ່ມຂືນເພາະຕົກຢູ່ພາຍໃຕ້ອິດທິພົນຂອງແອລກໍຮໍ, ຢາເສບຕິດ ຫລື ຖືກເຮັດໃຫ້ຢ້ານກົວ ຫລື ຄະດີທີ່ຜູ້ກໍ່ເຫດຂົ່ມຂືນສວຍໂອກາດຈາກສະຖານະທາງສັງຄົມ.

ອ້າງອີງ:

https://www.channelnewsasia.com/…/japan-raises-age…

https://www.washingtonpost.com/…/japan-age-of-sexual…/

ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ - 4 - ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ
ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ - 5 - ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ
ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ - 3 - ສະພາຍີ່ປຸ່ນຜ່ານກົດໝາຍໃໝ່ ເພີ່ມອາຍຸຍິນຍອມຮ່ວມປະເວນີ ຈາກ 13 ປີ ເປັນ 16 ປີ