ຫົວໜ້າອົງການໄອຍະການ ເນັ້ນວ່າ ບັນຫາເກີດຢູ່ບ່ອນໃດ ຂັ້ນໃດ ໃຫ້ການນຳຂອງບ່ອນນັ້ນເປັນຜູ້ແກ້ໄຂ

ຫົວໜ້າອົງການໄອຍະການ ເນັ້ນວ່າ ບັນຫາເກີດຢູ່ບ່ອນໃດ ຂັ້ນໃດ ໃຫ້ການນຳຂອງບ່ອນນັ້ນເປັນຜູ້ແກ້ໄຂ - 353812279 731396228986599 1654455420266986767 n - ຫົວໜ້າອົງການໄອຍະການ ເນັ້ນວ່າ ບັນຫາເກີດຢູ່ບ່ອນໃດ ຂັ້ນໃດ ໃຫ້ການນຳຂອງບ່ອນນັ້ນເປັນຜູ້ແກ້ໄຂ
ຫົວໜ້າອົງການໄອຍະການ ເນັ້ນວ່າ ບັນຫາເກີດຢູ່ບ່ອນໃດ ຂັ້ນໃດ ໃຫ້ການນຳຂອງບ່ອນນັ້ນເປັນຜູ້ແກ້ໄຂ - kitchen vibe - ຫົວໜ້າອົງການໄອຍະການ ເນັ້ນວ່າ ບັນຫາເກີດຢູ່ບ່ອນໃດ ຂັ້ນໃດ ໃຫ້ການນຳຂອງບ່ອນນັ້ນເປັນຜູ້ແກ້ໄຂ

ວັນທີ 14 ມີຖຸນາ 2023 ຜ່ານມາ, ອົງການໄອຍະການປະຊາຊົນແຂວງວຽງຈັນ ຕ້ອນຮັບຄະນະການນຳຂັ້ນສູງອົງການໄອຍະການປະຊາຊົນສູງສຸດ ນຳໂດຍທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໄດ້ລົງຊີ້ນຳການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດເຂົ້າສູ່ວຽກງານໄອຍະການປະຊາຊົນແຂວງວຽງຈັນ

ທ່ານ ບຸນຄໍ້າ ທຳມະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງໄອຍະການແຂວງວຽງຈັນວ່າ: ໃນໄລຍະ 6 ເດືອນມາ ໄດ້ຮັບຄຳຮ້ອງທຸກທັງໝົດ 126 ສະບັບ, ແກ້ໄຂແລ້ວ 62 ສະບັບ, ຍັງຄ້າງ 64 ສະບັບ; ໄດ້ຮັບສຳນວນຄະດີອາຍາ 430 ເລື່ອງ, ໄດ້ກວດກາແລ້ວ 338 ເລື່ອງ ແລະ ກຳລັງກວດກາ 92 ເລື່ອງ; ຮັບສຳນວນຄະດີແພ່ງທັງໝົດ 126 ເລື່ອງ, ແກ້ໄຂແລ້ວ 95 ເລື່ອງ, ຍັງຄ້າງ 31 ເລື່ອງ. ນອກນີ້ຍັງໄດ້ລົງຕິດຕາມກົດກາການປະຕິບັດກົດໝາຍຂອງສະຖານກັກຂັງ, ຄ້າຍຄຸມຂັງ-ດັດສ້າງຂອງແຂວງແລະເມືອງ ມີຈຳນວນຜູ້ຖືກຫາ 690 ຄົນ ຍິງ39 ຄົນ, ຄົນຕ່າງປະເທດ 9 ຄົນ ຍິງ 1 ຄົນ, ມີນັກໂທດ 455 ຄົນ ຍິງ 33 ຄົນ. ພ້ອມນີ້ຍັງໄດ້ເປັນໃຈກາງໃຫ້ແຫ່ຄະນະກຳມະການອະໄພຍະໂທດເພື່ອຄົ້ນຄວ້າຂໍອະໄພຍະໂທດທີ່ປະພຶດຕົນດີ ຈຳນວນ 109 ຄົນ.

ຈາກນັ້້ນທ່ານ ໄຊຊະນະ ໂຄດພູທອນ ໄດ້ຊີ້ນຳວ່າ: ຄະນະພັກ ຄະນະນຳ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ອ້າຍນ້ອງພະນັກງານຕົນເປັນປະຈຳ ເພື່ອເປັນການສຳຫລວດກວດກາ ຕຳນິສົ່ງຂ່າວ ແລະ ກໍ່ສ້າງກັນ; ເອົາໃຈໃສ່ດ້ານແບບແຜນວິທີເຮັດວຽກ ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ຍົກສູງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນເພື່ອໃຫ້ມີຄວາມເຊື່ອໃຈກັນປາສະຈາກຄວາມລະແວງສົງໄສກັນ ແລະ ເພີ່ມທະວີເອົາໃຈໃສ່ວຽກງານກວດກາໃຫ້ມີຄວາມແຂງແຮງ ເພື່ອກວດກາໃຫ້ເຫັນບັນຫາຈຸດອ່ອນຂໍ້ຄົງຄ້າງຕ່າງໆ ພ້ອມຫາວິທີແກ້ໄຂ ບັນຫາສຳຄັນກໍ່ຄືຫາກບັນຫາເກີດຢູ່ບ່ອນໃດ ຂັ້ນໃດ ໃຫ້ການນຳຂອງບ່ອນນັ້ນເປັນຜູ້ແກ້ໄຂ.

 

ຫົວໜ້າອົງການໄອຍະການ ເນັ້ນວ່າ ບັນຫາເກີດຢູ່ບ່ອນໃດ ຂັ້ນໃດ ໃຫ້ການນຳຂອງບ່ອນນັ້ນເປັນຜູ້ແກ້ໄຂ - 5 - ຫົວໜ້າອົງການໄອຍະການ ເນັ້ນວ່າ ບັນຫາເກີດຢູ່ບ່ອນໃດ ຂັ້ນໃດ ໃຫ້ການນຳຂອງບ່ອນນັ້ນເປັນຜູ້ແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!