ອົງການອະນຸລັກສັດປ່າປະຈໍາ ສປປ ລາວ ພົບໄຂ່ແຂ້ນໍ້າຈືດ 2 ຮັງທໍາອິດຂອງປີ 2023 ຢູ່ບໍລິເວນເຂດນໍ້າເຊຈໍາພອນ ແຂວງສະຫວັນນະເຂດ
June 17, 2023 - 3:38 PM

ຫລັງຈາກນັ້ນ ໄດ້ທໍາການເກັບໄຂ່ ເພື່ອນຳໄປອົບອຸ່ນໃນອຸນຫະພູມທີ່ເໝາະສົມສໍາລັບການເບາະໄຂ່ ແລະ ຄາດວ່າ ແຂ້ນ້ອຍຈະເບາະອອກມາ ໃນທ້າຍເດືອນກໍລະກົດ ຫລື ຕົ້ນເດືອນສິງຫານີ້, ເມື່ອໃດທີ່ແຂ້ນ້ອຍແຂງແຮງແລ້ວ ຈະຖືກປ່ອຍຄືນສູ່ເຂດທີ່ດິນບໍລິເວນນໍ້າເຊຈໍາພອນ
.
ທີ່ຜ່ານມາອົງການ IUCN ໄດ້ປະກາດແຂ້ນໍ້າຈືດເປັນຊະນິດພັນທີ່ໃກ້ຈະສູນພັນ ແລະ ຢູ່ໃນບັນຊີ CITES Appendix I ເພື່ອຈໍາກັດດ້ານການຄ້າຢ່າງເຂັ້ມງວດ
.
ແຂ້ນໍ້າຈືດ ຖືວ່າເປັນຊະນິດພັນສັດເລືອຄານ ທີ່ຫາຍາກທີ່ສຸດໃນໂລກ ແລະ ບໍລິເວນເຂດນໍ້າເຊຈຳພອນເປັນບ່ອນຢູ່ອາໄສຂອງປະຊາກອນແຂ້ນໍ້າຈືດທີ່ຍັງເຫຼືອຢູ່ແຫ່ງສຸດທ້າຍຂອງອາຊີຕາເວັນອອກສ່ຽງໃຕ້
.