ອິນໂດເນເຊຍມ້າງເຄືອຂ່າຍຄ້າມະນຸດ ຊ່ວຍເຫລືອເຫຍື່ອຫລາຍກວ່າ 1.500 ຄົນ


ໃນເດືອນນີ້, ຕໍາຫລວດອິນໂດເນເຊຍສາມາດຈັບກຸມຜູ້ຖືກສົງໄສເກືອບ 500 ຄົນ ທີ່ກ່ຽວຂ້ອງກັບຂະບວນການຄ້າມະນຸດ ເຊິ່ງມີຜູ້ຕົກເປັນເຫຍື່ອຫລາຍກວ່າ 1.500 ຄົນ.
ວັນທີ 21 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອິນໂດເນເຊຍເປັນໜຶ່ງໃນປະເທດທີ່ສົ່ງອອກແຮງງານລາຍໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໂດຍຊາວອິນໂດເນເຊຍຫລາຍແສນຄົນຈາກທ້ອງຖິ່ນຫ່າງໄກເດີນທາງອອກນອກປະເທດທຸກປີຜ່ານເສັ້ນທາງທີ່ບໍ່ເປັນທາງການ ເພື່ອຫາວຽກທີ່ໄດ້ຄ່າຕອບແທນສູງກວ່າ.
ທ່ານ ອາໝັດ ຣາມາທານ ໂຄສົກປະຈໍາສໍານັກງານຕໍາຫລວດແຫ່ງຊາດຂອງອິນໂດເນເຊຍ ກ່າວວ່າ: ທາງການອິນໂດເນເຊຍຊ່ວຍເຫລືອເຫຍື່ອ 1.553 ຄົນ ໃນໄລຍະ 2 ອາທິດ ກ່ອນພວກເຂົາຈະຖືກສົ່ງອອກນອກປະເທດ. ອີກທັງລະຫວ່າງວັນທີ 5-18 ມິຖຸນາຜ່ານມາ ຕໍາຫລວດສາມາດຈັບກຸມຜູ້ຖືກສົງໄສໄດ້ 494 ຄົນ, ສ່ວນຜູ້ຄ້າມະນຸດລາຍໃຫຍ່ອີກ 5 ຄົນ “ກໍາລັງຖືກຕາມລ່າ”.
ທັງນີ້, ເຫຍື່ອຫລາຍຄົນໄດ້ຮັບການຊ່ວຍເຫລືອຈາກບ່ອນອາໄສທີ່ຜິດກົດໝາຍ ເຊິ່ງພວກເຂົາກໍາລັງຈະຖືກຂາຍໄປເປັນຄົນຮັບໃຊ້, ລູກເຮືອ ຫລື ໂສເພນີ ຕະຫລອດຈົນການສະແຫວງຫາຜົນປະໂຫຍດສ່ວນຕົວຈາກເດັກ.
ຂະນະທີ່ສະຫະປະຊາຊາດ (UN) ລະບຸວ່າ: ປະຊາຊົນໃນອິນໂດເນເຊຍປະມານ 100.000-1 ລ້ານຄົນ ຖືກຄ້າໃຫ້ໄປເຮັດວຽກບໍລິການທາງເພດ ຫລື ຖືກບັງຄັບໃຊ້ແຮງງານໃນທຸກໆປີ.
ດ້ວຍເຫດນີ້, ລັດຖະບານຈາກາຕາຈຶ່ງດໍາເນີນການເພື່ອເພີ່ມການສອບສວນ, ການດໍາເນີນຄະດີ ແລະ ການລົງໂທດສໍາລັບການຄ້າມະນຸດ ລວມທັງພະຍາຍາມສົ່ງຜູ້ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດກັບປະເທດອື່ນໆໃນອາຊີຕາເວັນອອກສຽງໃຕ້.