​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ

​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ - 139497800 119856713324148 2043774636242970937 n - ​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ
​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ - kitchen vibe - ​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ

ປີ 2023 ເດີນທາງມາໄດ້ເຄິ່ງໜຶ່ງແລ້ວ ເຊິ່ງໝາຍຄວາມວ່າ ເດີນທາງມາໄດ້ເຄິ່ງສະໄໝຂອງ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ​ປະຕິວັດ​ລາວ ສະໄໝທີ XI ແລະ ລັດຖະບານຊຸດທີ IX​, ເຫັນໄດ້ວ່າ ໃນໄລຍະຕົ້ນເດືອນຫາກາງເດືອນ ມິຖຸນາ 2023 ນີ້ ແຕ່ລະກະຊວງ ແລະ ພາກສ່ວນຕ່າງໆຂອງພັກລັດຖະບານໄດ້ມີການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຕົນເອງ ເພື່ອສະຫລຸບຜົນງານງານ ແລະ ວາງທິດທາງແຜນການທີ່ຈະຕ້ອງປະຕິບັດໃນເຄິ່ງສະໄໝທ້າຍ  ເຊິ່ງມີຫລາຍອັນໄດ້ຮັບການພັດທະນາດີຂຶ້ນ ແລະ ບາງວຽກງານແມ່ນຍັງຈະໄດ້ຮັບການສືບຕໍ່ພັດທະນາ ສົ່ງເສີມໃຫ້ສຳເລັດຜົນໃນຂັ້ນຕໍ່ໄປ.

ເວົ້າເຖິງບັນຫານີ້ ພວກເຮົາຢ້ອນໄປເບິ່ງ 7  ບັນຫາ​ສຳຄັນ​ຕົ້ນຕໍ ​ທີ່ພັກ-ລັດຖະບານຕ້ອງເລັ່ງ​ແກ້​ໄຂ ໃນໄລຍະ 5 ປີ ທີ່ສະຫາຍ ທອງ​ລຸນ ສີ​ສຸ​ລິດ ​ເລຂາທິການ​ໃຫຍ່​ຄະນະບໍລິຫານງານສູນກາງພັກ​ປະຊາຊົນ​ປະຕິວັດ​ລາວ​  ລາຍງານຕໍ່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ວັນ​ທີ 13 ຫາ 15 ມັງກອນ 2021 ຜ່ານ​ມາວ່າ:

​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ - Visit Laos Visit SALANA BOUTIQUE HOTEL - ​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ
​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ - Visit Laos Visit SALANA BOUTIQUE HOTEL - ​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ

ອັນ​ທີ​ໜຶ່ງ: ຕ້ອງ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ແລະ ພັດທະນາ​ຕາ​ມທິດ 3 ສ້າງ ​ເພື່ອ​ຫລຸດຜ່ອນ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ສັງຄົມ, ການ​ເຂົ້າ​ເຖິງ​ການ​ບໍລິການ​ສາທາລະນະ​, ການ​ສຶກສາ, ສາທາ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ.

ສອງ: ການ​ແກ້​ໄຂ​ຄວາມ​ບອບ​ບາງ​ທາງ​ດ້ານ​ເສດຖະກິດ ​ເປັນຕົ້ນການ​ເຕີບ​ໂຕ​ສ່ວ​ນ​ໃຫຍ່​ທີ່​ເອື່ອຍອີງ​ໃສ່​ແຕ່​ການ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ຊັບພະຍາກອນທຳ​ມະ​ຊາດ​ທີ່​ບໍ່​ທັນ​ມີ​ປະສິດທິ​ຜົນ​ເທົ່າ​ທີ່​ຄວນ, ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ​ບໍ່​ສູງ, ບໍ່​ທັນ​ສາມາດ​ກະຈາຍ​ລາຍ​ໄດ້​ຢ່າງ​ທົ່ວ​ເຖິງ, ຖານ​ການ​ຜະລິດ​ບໍ່​ທັນ​ໜັກ​ແໜ້ນ.

ສາມ: ການ​ແກ້​ໄຂ​ຄວາມ​ບອບ​ບາງ​ທາງ​ດ້ານ​ການ​ເງິນ​ເຊັ່ນ: ການ​ແກ້​ໄຂ​ບັນຫາ​ໜີ້​ສິນ​ສາທາລະນະ, ການ​ເກັບ​ລາຍ​ຮັບ​ບໍ່​ຄົບ​ຖ້ວນ ​ແລະ ການ​ຮົ່ວ​ໄຫລ​ບໍ່​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ງົບປະມານ​ບໍ່​ພຽງພໍ​ກັບ​ຄວາມ​ຈຳ​ເປັນ​ຂອງ​ການ​ພັດທະນາ, ສ່ວນ​ຫລາຍ​ແມ່ນ​ສຸມ​ໃສ່​ການ​ແກ້​ໄຂ​ໜີ້​ສິນ.

ສີ່: ​ແກ້​ໄຂ​ຄວາມ​ບອບ​ບາງ​ທາງ​ດ້ານ​ເງິນຕາ, ດ້ານ​ການ​ຄ້າ​ເຫັນ​ວ່າ​ມີ​ເກີນ​ດູ​ນ, ​ແຕ່​ດູ​ນການ​ຊຳລະ​ກັບ​ຕ່າງປະ​ເທດ (BOP) ມີ​ທ່າ​ອ່ຽງຫລຸດ​ລົງ​, ລາຄາ​ສິນຄ້າ​ມີ​ທ່າ​ອ່ຽງສູງ​ຂຶ້ນ (​ເງິນ​ເຟີ້) ​ແລະ ອັດຕາ​ການ​ແລກປ່ຽນ​ມີ​ການ​ເໜັງ​ຕີງ​ໃນ​ບາງ​ໄລຍະ​ພາ​ໃຫ້​ເກີດ​ມີ​ຕະຫລາດ​ນອກ​ລະບົບ.

ຫ້າ: ​ແກ້​ໄຂຜົນ​ກະທົບການລະບາດພະຍາດ​ໂຄ​ວິດ-19 ​ເປັນຕົ້ນບັນຫາ​ແຮງ​ງານ (ການ​ຫວ່າງ​ງານ), ການ​ຟື້ນຟູ​ທຸລະ​ກິດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການລະບາດ​ດັ່ງກ່າວ​ໃຫ້​ຄືນ​ສູ່​ສະພາບ​ປົກກະຕິ.

ຫົກ: ການ​ແກ້​ໄຂ​ການ​ຄຸ້ມ​ຄອງລັດ, ຄຸ້ມ​ຄອງ​ສັງຄົມ​ໃຫ້​ມີ​ປະສິດທິພາບ, ຫັນ​ເຂົ້າສູ່​ການ​ຄຸ້ມ​ຄອງ​ດ້ວຍ​ກົດໝາຍ​ຢ່າງ​ເຂັ້ມງວດ ​ແລະ ​ເດັດຂາດ ລວມທັງ​ການ​ປັບ​ປຸງ ​ແລະ ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອອຳນວຍ​ໃຫ້​ແກ່​ການ​ດຶງ​ດູດ​ການ​ລົງທຶນ. ​ເຈັດ: ​ແກ້​ໄຂ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃຫ້​ມີ​ຄຸນ​ນະພາ​ບ, ມີ​ຈຸດ​ສຸມ, ສົ່ງ​ເສີມ​ວິຊາ​ຊີບ ​ແລະ ການ​ຫັນ​ເປັນ​ຊ່ຽວຊານ​ຕິດ​ພັນ​ກັບ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ຍຸກ 4.0 ​ແລະ ຊີວິດ​ແບບ​ໃໝ່ (New Normal). ນີ້​ຄື​ຕຳລາ​ທາງ​ອອກ​ທີ່​ສຳຄັນ ​ແລະ ຈຳ​ເປັນ​ເພື່ອ​ກ້າວ​ສູ່​ຄວາມ​ສຳ​ເລັດ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​​ໃຫ້​ຫລຸດ​ພົ້ນອອກ​ຈາກ​ສະຖານະ​ພາບ​ຄວາມທຸກ​ຍາກ ​ແລະ ດ້ອຍ​ພັດທະນາ.

​ແຕ່​ກ່ອນ​ອື່ນ​ຕ້ອງ​ເຂົ້າ​ໃຈ​ວ່າ ນີ້​ມັນ​ເປັນ​ພຽງ​ຕຳລາ​ທີ່​ຍັງ​ຢູ່​ໃນ​ເຈ້ຍ​ໃນ​ສໍ, ​ເປັນ​ບ່ອນ​ອີງ​ ທັງ​ເປັນ​ຕົວ​ວັດ​ໃນ​ເວລາ​ຈັດຕັ້ງປະຕິບັດ, ສິ່ງ​ສຳຄັນ ກ່ອນ​ອື່ນ​ໝົດ​ແມ່ນ​ຂຶ້ນກັບ​ຄົນ​ເປັນ​ຜູ້​ເຮັດ, ຜູ້ນຳ​ພາ​ເຮັດ​ນຳພາ​ໄປ ​ເພື່ອ​ບັນລຸ​ຄາດໝາຍ​ດັ່ງກ່າວ​ແມ່ນ​ອາ​ໄສ​ພະນັກງານ​ຫລັກ​ແຫ​ລ່ງ​ແກນ​ນຳ​ຂອງ​ພັກ ​ແລະ ລັດຖະບານ ຕະຫລອດ​ບັນດາ​ທ່ານ​ຜູ້​ແທນ​ສະພາ​ປະຊາຊົນ​ໃນ​ຊຸດ​ທີ IX ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ຊຸດ​ທີ II ຕ້ອງ​ເປັນ​ຫົວ​ຫອກ​ນຳ​ໜ້າພາ​ທາງ​ກັນ​ເຢີ​ກຈຶ່ງ​ຈະ​ສຳ​ເລັດ​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້. ອີກ​ປະການ​ໜຶ່ງ ຖ້າ​ຢາກ​ສຳ​ເລັດ​ຕາມ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ອີ່ຫລີ ​ໂດຍ​ສະ​ເພາະ​ແມ່ນ​ຕາມ​ມະຕິ​ຄັ້ງທີ XI ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງ​ລັດຖະບານ​ວາງ​ອອກ ຕ້ອງ​ໄດ້​ພ້ອມ​ກັນ​ປາບ 10 ພະຍາດ​ທີ່ຍັງ​ຄ້າງ​ຄາ​ຊຳ​ເຮື້ອ​ໃນ​ຖັນ​ແຖວ​ພະນັກງານ​ລັດ​ໃຫ້​ໝົດ​ໄປ​ຢ່າງ​ສິ້ນ​ເຊີງ​ເຊັ່ນ: ພະຍາ​ດສໍ້​ລາດ​ບັງ​ຫລວງ, ພະຍາດ​ຫລິ້ນກິນ​ຟູມ​ເຟືອຍ, ພະຍາດ​ອາດຍາ​ສິດ, ພະຍາດ​ຂີ້ຄ້ານ​ມັກງ່າຍ, ພະຍາດ​ອວດອົ່ງ​ທະ​ນົງ​ຕົວ, ພະຍາດ​ມັກ​ໃຫຍ່​ໃຝ່ສູງ, ພະຍາດ​ຂາດ​ລະບຽບ​ວິ​ໄນ, ພະຍາດ​ແນວ​ຄິດ​ຄັບ​ແຄບ, ພະຍາດ​ແນວ​ຄິດ​ທ້ອງ​ຖິ່ນ ​ແລະ ພະຍາດ​ລູບ​ແຄ່ງ​ເລຍ​ຂາ​ໃຫ້​ໝົດ​ໄປ​ຈາກ​ສັງຄົມ​ລາວ​ບ້ານ​ເມືອງ​ຈຶ່ງ​ຈະ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ວັດທະນາ​ຖາວອນ​ໝັ້ນຄົງ​ຍືນ​ຍົງ​ໄວ​ກວ່າ​ນີ້.

​ເຖິງ​ຢ່າງ​ໃດ​ກໍ​ດີ, ພວກ​ເຮົາ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນການ​ນຳພາ​ຂອງ​ພັກ ​ແລະ ລັດຖະບານ​ໃນ​ການ​ບໍລິຫານ​ປົກຄອງ​ບ້ານ​ເມືອງ. ຕະຫລອດ 47 ປີ​ແຫ່ງ​ການ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ບ້ານ​ເມືອງ​ຂອງ​ພວກ​ເຮົາ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໄດ້​ຄື​ດັ່ງ​ທຸກ​ວັນ​ນີ້, ຍັງ​ດີກ​ວ່າ​ລະບອບ​ສັກ​ດີ​ນາລາ​ວປົກຄອງ​ບ້ານ​ເມືອງ​ມາ​ຫລາຍ​ຮ້ອຍ​ປີ​ມີ​ແຕ່​ແນວ​ຈິບຫາຍ.

​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ - 4 - ​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ
​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ - 3 - ​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ
​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ - 5 - ​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ