ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ

ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ - 5573 - ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ
ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ - kitchen vibe - ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ

ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມເປີດກວ້າງຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ໃນວັນທີ 21 ມິຖຸນາ 2023, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ມີຄຳເຫັນໂອ້ລົມ ແລະ ຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ຫລາຍບັນຫາສຳຄັນ ຄື:

ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ - 5574 1024x682 - ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ

ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ - Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ
ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ - Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ
  1. ພ້ອມກັນຮີບຮ້ອນຜັນຂະຫຍາຍຜົນສຳເລັດກອງປະຊຸມກາງສະໄໝຂອງແຂວງໃຫ້ເຂົ້າສູ່ລ່ວງເລິກ ໂດຍເລິ່ມຈາກການຈັດຕັ້ງເຊື່ອມຊຶມ, ກຳແໜ້ນ-ເປັນເອກະພາບ ໃນທົ່ວອົງຄະນະພັກ ຕິດພັນກັບການສືບຕໍ່ຍູ້ແຮງການຈັດຕັ້ງຜັນຂະຫຍາຍຜົນສຳເລັດວຽກງານການ ເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ຖືເອົາວຽກງານການເມືອງ-ແນວຄິດ ເປັນຄືສະໜາມຮົບໜຶ່ງ ໂດຍເລິ່ມຈາກຫັນປ່ຽນດ້ານທັດສະນະ-ແນວຄິດ, ຈິນຕະນາການ, ຫັນວິທີຄິດແບບເກົ່າ ໄປສູ່ການຄົ້ນຄິດ, ການປະດິດສ້າງໃໝ່;
  2. ສືບຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນເຄິ່ງສະໄໝ ທີ່ຍັງເຫລືອ ໃຫ້ມີການຫັນປ່ຽນທີ່ຈະແຈ້ງ ໂດຍມີການຖອດຖອນບົດຮຽນໃນ 2 ປີເຄິ່ງຜ່ານມາ, ໃຫ້ຍູ້ແຮງສົ່ງເສີມຕື່ມໃນດ້ານດີ ແລະ ຄວນສຸມໃສ່ດັດແກ້ດ້ານອ່ອນ, ຂໍ້ຄົງຄ້າງ ໃຫ້ແທດເຖິງຕົວຈິງ;
  3. ສືບຕໍ່ເອົາໃຈໃສ່ການພັດທະນາດ້ານວັດທະນະທຳ-ສັງຄົມ ໂດຍສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ ເປັນຕົ້ນແມ່ນ ດ້ານການສຶກສາ, ສາທາລະນະສຸກ, ໃຫ້ເອົາໃຈໃສ່ບັນຫາອັດຕາເຂົ້າຮຽນ, ການປະລະການຮຽນຢູ່ເຂດຊົນນະບົດພູດອຍ, ສືບຕໍ່ເຝົ້າລະວັງ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດຕາມລະດູການຕ່າງໆ, ຍົກສູງຄຸນຄ່າ ສະຖານທີ່ທ່ອງທ່ຽວປະຫວັດສາດທີ່ສໍາຄັນ, ພັດທະນາການທ່ອງທ່ຽວວັດທະນາທຳ ແລະ ທຳມະຊາດ ໃຫ້ສາມາດດຶງດູດນັກທ່ອງທ່ຽວໃຫ້ຫລາຍຂຶ້ນ, ຄຸ້ມຄອງ-ດັດສົມ ແລະ ພັດທະນາສີມືແຮງງານ ເພື່ອສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ;
  4. ສືບຕໍ່ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ພ້ອມກັນກວດກາຕີລາຄາຄືນໃໝ່ຄວາມທຸກຍາກຂອງປະຊາຊົນໃຫ້ຈະແຈ້ງຕື່ມ ລວມທັງເຂດຈຸດສຸມຕ່າງໆ;
  5. ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ທົ່ວເຖິງ, ຮີບຮ້ອນສະຫລຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ແທດເຖິງ ແລະ ແຂງແຮງກວ່າເກົ່າ;
  6. ເພີ່ມທະວີການປັບປຸງລະບົບການເມືອງແຕ່ຂັ້ນແຂວງ ລົງຮອດຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ໂດຍການສືບຕໍ່ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມວຽກງານຈັດຕັ້ງ ແລະ ວຽກງານກວດກາທົ່ວປະເທດ ແລະ ມະຕິ-ຄຳສັ່ງ ຂອງສູນກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ, ພະນັກງານ, ວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ເກີດຜົນເປັນຈິງ;
  7. ເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງໃນວຽກງານພະນັກງານ ແນໃສ່ສ້າງໃຫ້ມີກຳລັງຖັນແຖວພະນັກງານທີ່ໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີ, ມີຄວາມຮັບຜິດຊອບສູງ-ກະຕືລືລົ້ນ ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ;
  8. ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ ຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ, ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫລັກການ ແລະ ລະບອບແບບແຜນວິທີນຳພາຂອງພັກ, ເປັນຕົ້ນແມ່ນ ຫລັກການລວມສູນປະຊາທິປະໄຕ, ຕົກລົງບັນຫາສຳຄັນຕ່າງໆເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍຢ່າງຈະແຈ້ງ, ພ້ອມທັງຍົກສູງຄວາມເປັນແບບຢ່າງ, ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ກໍຄືມະຫາຊົນ ໃຫ້ກວ້າງຂວາງ ແລະ ສູງຂຶ້ນເລື້ອຍໆ;
  9. ຄະນະພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກງານຕິດຕາມ-ກວດກາພັກ, ກວດກາລັດ ເພື່ອກວດຄືນບັນດາຄາດໝາຍ ກໍຄືການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງ, ໜ້າທີ່ວຽກງານຕ່າງໆ ທີ່ຂັ້ນເທິງ ແລະ ຄະນະພັກຂັ້ນຂອງຕົນວາງອອກແຕ່ລະໄລຍະ, ພ້ອມກັນຕັດສິນໃຈແກ້ໄຂບັນດາໄພອັນຕະລາຍຂົ່ມຂູ່ຕໍ່ພັກ.
ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ - 4 - ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ
ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ - 3 - ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ
ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ - 5 - ຮອງປະທານປະເທດ ເນັ້ນຊີ້ນຳໃຫ້ແຂວງຄຳມ່ວນ ເອົາໃຈໃສ່ 9 ບັນຫາສຳຄັນ ເພື່ອພັດທະນາແຂວງ