ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ

ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ - IMGL1470 - ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ
ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ - kitchen vibe - ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ

ໃນວັນທີ 21 ມິຖຸນາ 2023, ທ່ານ ໂຄ ມາຍຍັອງ ຊອງ (Koh Myung Seong) ຜູ້ຕາງໜ້າກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ (EDCF), ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ເພື່ອຂໍທິດຊີ້ນໍາ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືລະຫວ່າງ ກະຊວງການເງິນ ແລະ EDCF.

ນັບແຕ່ປີ 2005 ເປັນຕົ້ນມາ, ກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) ພາຍໃຕ້ການບໍລິຫານຂອງທະນາຄານສົ່ງອອກ-ນໍາເຂົ້າ (KEXIM) ແລະ ການຊີ້ນໍາຂອງກະຊວງເສດຖະກິດ ແລະ ການເງິນ ສ.ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໂດຍຜ່ານແຜນຍຸດທະສາດການຮ່ວມມືແຕ່ລະໄລຍະຄື: ໄລຍະທີ 1 ປີ 2013-2016; ໄລຍະທີ 2 ປີ 2016-2019; ໄລຍະທີ 3 ປີ 2020-2023. ປັດຈຸບັນ, EDCF ໄດ້ສະ ໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ ທັງໝົດ 17 ໂຄງການ ໃນນັ້ນ, ມີ 9 ໂຄງການໄດ້ຈັດຕັ້ງປະຕິບັດສໍາເລັດ ແລະ ອີກ 8 ໂຄງການກໍາລັງຈັດຕັ້ງປະຕິບັດ ຄື: ໂຄງການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ; ໂຄງການຊົນລະກະເສດຮອບດ້ານ ແລະ ພັດທະນາຊົນນະບົດ ຢູ່ແຂວງສະຫວັນນະເຂດ; ໂຄງການປ້ອງກັນຕາຝັ່ງເຈື່ອນ ຢູ່ບໍລິເວນລຽບແມ່ນໍ້າຂອງ ນະຄອນປາກເຊ ແລະ ເມືອງໂພນທອງ, ແຂວງຈຳປາສັກ; ໂຄງການກໍ່ສ້າງປ້ອງກັນ ຕາຝັ່ງເຈື່ອນໄລຍະ 2 ທີ່ນະຄອນຫລວງວຽງຈັນ; ໂຄງການກໍ່ສ້າງໂຮງໝໍທັນສະໄໝ; ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລວິທະຍາສາດ; ໂຄງການກໍ່ສ້າງລະບົບປ້ອງກັນອັກຄີໄພເຂດມໍລະດົກໂລກ; ໂຄງການຂະຫຍາຍລະບົບການສະໜອງນໍ້າ ແລະ ຄຸ້ມຄອງນໍ້າເປື້ອນ ແຂວງຈໍາປາສັກ ແລະ ສາລະວັນ.

ໂອກາດນີ້, ທ່ານ ລັດຖະມົົນຕິກະຊວງການເງິນ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນຂອງລັດຖະບານ ສ.ເກົາຫລີ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄລຍະຜ່ານມາ ໃນຫລາຍຂົງເຂດ ໂດຍສະເພາະ ກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF).  ສໍາລັບຂໍ້ສະເໜີ ຜ່ານການຈັດຕັ້ງປະຕິບັດຂອບການຮ່ວມມືເຫັນວ່າການອະນຸມັດໂຄງການຂອງ EDCF ໃຊ້ເວລາດົນ, ປີລະ 1-2 ໂຄງການ ຂັ້ນຕອນການຮັບຮອງຜົນການປະມູນຈັດຈ້າງທີ່ປຶກສາ ແລະ ຜູ້ຮັບເໝົາກໍ່ສ້າງກໍໃຊ້ເວລາດົນ ເຮັດໃຫ້ບໍ່ສາມາດ ເລີ່ມຈັດຕັ້ງປະຕິບັດໂຄງການໄດ້ຕາມແຜນ. ດັ່ງນັ້ນ, ຕ້ອງໄດ້ສົມທົບກັບບັນດາໂຄງການ ກໍຄື EDCF ເພື່ອຕິດຕາມການກະກຽມ ການຈັດຕັ້ງປະຕິບັດໂຄງການ ເພື່ອຮັບປະກັນ ການນໍາໃຊ້ທຶນສອດຄ່ອງກັບກົດ ໝາຍ ແລະ ລະບຽບການ ຖືກຕາມເປົ້າໝາຍຂອງໂຄງການ.

ຂໍ້ມູນ: https://www.mof.gov.la/index.php/2023/06/22/mofnews-hubkhaek-edcf-2023/

ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ - 3 - ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ
ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ - 4 - ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ
ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ - 5 - ຜ່ານມາກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ສະໜອງເງິນກູ້ເງື່ອນໄຂຜ່ອນຜັນໃຫ້ແກ່ ສປປ ລາວ 17 ໂຄງການ