ໂຮງໝໍເດັກ ໄດ້ຮັບການສະໜັບສະໜູນຢາປິ່ນປົວມະເຮັງສຳລັບເດັກນ້ອຍລາວ 30 ກວ່າລ້ານໂດລາ ຈາກສະມາຄົມເກົາຫລີຊ່ວຍເຫລືອເດັກທີ່ເປັນມະເຮັງ

ມອບ-ຮັບການສະໜັບສະໜູນຢາປິ່ນປົວມະເຮັງສຳລັບເດັກນ້ອຍລາວ ລະຫວ່າງໂຮງໝໍເດັກ ແລະ ສະມາຄົມເກົາຫລີຊ່ວຍເຫລືອເດັກທີ່ເປັນພະຍາດມະເຮັງ ຈັດຂຶ້ນໃນວັນທີ 13 ມີຖຸນາ 2023 ຜ່ານມາ ທີ່ໂຮງໝໍເດັກ, ໂດຍການເຂົ້າຮ່ວມຂອງທ່ານ ດຣ.ນາງ ສົມມະນີຄອນ ຜາງມະນີໄຊ ຜູ້ອຳນວຍການໂຮງໝໍເດັກ ພ້ອມດ້ວຍຮອງອຳນວຍການ, ຕາງໜ້າຫ້ອງການສາທາລະນະສຸກ, ຕາງໜ້າກົມປິ່ນປົວ, ຫົວໜ້າພະແນກ,ຮອງພະແນກ ແລະ ສະມາຄົມເກົາຫລີ.
ສະມາຄົມເກົາຫລີຊ່ວຍເຫລືອເດັກທີ່ເປັນພະຍາດມະເຮັງໄລຍະຜ່ານມາທາງໂຮງໝໍເດັກໄດ້ມີຮ່ວມມືກັບສະມາຄົມ KACLC ມາແຕ່ປີ 2018 ຊຶ່ງຄັ້ງທີ 1 ຂອງວັນທີ 16/2/2018-15/2/2019 ແມ່ນໄດ້ໃຫ້ການຊ່ວຍເຫລືອເປັນເງິນ 26,000 ໂດລາ, ຄັ້ງທີ 2 ວັນທີ 16/2/2019-15/2/2020 ລວມມູນຄ່າ 26,200 ໂດລາ ແລະ ການຊ່ວຍເຫລືອຄັ້ງທີ 3 ແມ່ນ ວັນທີ13/6/2023-15/11/2025 ລວມມູນຄ່າ 30,930 ໂດລາ.
ທີ່ຜ່ານມາ ສະມາຄົນ KACLC ແມ່ນມີການຊ່ວຍເຫລືອບໍ່ຫວັງຜົນປະໂຫຍດ ໄດ້ຊ່ວຍເດັກຈຳນວນຫລາຍໃນແຕ່ລະຄັ້ງ, ຊຶ່ງເຮັດໃຫ້ການປິ່ນປົວຂອງວິຊາການແມ່ນມີຄຸນນະພາບຂື້ນໂດຍໄປຕາມຄູ່ມືລະດັບສາກົນສາມາດຊ່ວຍໃຫ້ເດັກມີຊີວິດລອດໄດ້ ເປັນຜົນດີຢ່າງຫລວງຫລາຍຕໍ່ຄອບຄົວຄົນເຈັບທີ່ໄດ້ຫລຸດຜ່ອນການໃຊ້ຈ່າຍລົງ ແລະ ບໍ່ໄດ້ຈ່າຍເລີຍໃນກໍລະນີຄອບຄົວຂາດເຂີນ, ເຮັດໃຫ້ໜ່ວຍງານປິ່ນປົວມະເຮັງຂອງໂຮງໝໍມີການເຕີບໃຫ່ຍຂະຫຍາຍໂຕ ສາມາດເປັນບ່ອນຮຽນຮູ້ຂອງນັກສຶກສາທຸກລະດັບອີກດ້ວຍ.