ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ

ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ - kitchen vibe - ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 23 ມິຖຸນາ 2023 ນີ້, ເຈົ້າໜ້າທີ່ຊາຍຝັ່ງສະຫະລັດຖະແຫລງວ່າ ພົບຊິ້ນສ່ວນຂອງເຮືອດຳນ້ຳໄທທັນແລ້ວ, ມີສ່ວນຂອງຂາຕັ້ງ ແລະ ຝາຮອບດ້ານຫລັງ ເຊິ່ງ ເກີດຈາກລະເບີດ ແລະ ສົ່ງຜົນໃຫ້ຜູ້ໂດຍສານທີ່ຢູ່ໃນເຮືອເສຍຊີວິດທັງໝົດ, ພາຍຫລັງທີມກູ້ໄພ ຈາກ 4 ປະເທດເປັນຕົ້ນ: ສະຫະລັດ ການາດາ, ຝຣັ່ງ ແລະ ອັງກິດ ຢ່າງຕໍ່ເນື່ອງ ຫລັງຄາດການວ່າ ອອກຊີເຈນພາຍໃນເຮືອຈະໝົດລົງໃນເຊົ້າຂອງວັນທີ 22 ມິຖຸນາ ກໍຕາມ.

ໂດຍຍັງບໍ່ສາມາດລະບຸໄດ້ວ່າການລະເບີດເກີດຂຶ້ນເມື່ອໃດ ຫລື ມີສາເຫດມາຈາກຫຍັງ, ແຕ່ຈະເດີນໜ້າປະຕິບັດການຄົ້ນຫາຕໍ່ໄປ ສ່ວນຜູ້ເສຍຊີວິດນັ້ນບໍ່ສາມາດຢືນຢັນວ່າພົບ ຫລື ນຳສົບຂຶ້ນມາໄດ້ຫລືບໍ່.

ເຊິ່ງຜູ້ໂດຍສານ 4 ຄົນທີ່ຢູ່ໃນເຮືອລຳນັ້ນລວມມີ  Hamosh Harding ອາຍຸ 58 ປີ ເປັນນັກສຳຫລວດຊາວອັງກິດ ແລະ ມີທຸລະກິດ,  Shahzada Dawood ອາຍຸ 48 ປີ ນັກທຸລະກິດຊາວປາກິດສະຖານ,  Stockton Rush ອາຍຸ 61 ປີ ປະທານບໍລິສັດ ໂອຊຽນເກດ ເອັກເພດິຊັນ ເຈົ້າຂອງເຮືອດຳນ້ຳ ແລະ Paul-Henry Nargeolet ນັກສຳຫລວດຊາວຝຣັ່ງ ອາຍຸ 77 ປີ ຜູ້ໃຫ້ບໍລິການນຳທ່ຽວຊົມຊາກເຮືອໄທທານິກ.

ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ - 3 - ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ
ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ - 5 - ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ
ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ - 4 - ພົບຊາກເຮືອດຳນ້ຳໄທທັນແລ້ວ ຜູ້ໂດຍສານທັງ 5 ຄົນເສຍຊີວິດທັງໝົດ