ອາເຊນອລ ປະກາດຄວ້າໂຕ “ໄຄ ຮາແວດ” ຈາກເຊວຊີ ຮ່ວມທີມຢ່າງເປັນທາງການ
June 29, 2023 - 8:57 AM


ທັບປືນໃຫຍ່ ໄດ້ຍື່ນສະເຫນີລາຄາ 65 ລ້ານປອນໃຫ້ທັບສິງບຣູ ຄວ້າຕົວກອງໜ້າທີມຊາດເຢຍລະມັນ ເປັນນັກເຕະໃໝ່ຄົນທຳອິດຂອງທີມໃນຊ່ວງລະດູຮ້ອນນີ້. ພ້ອມເຊັນສັນຍາໄລຍະຍາວຈົນເຖິງລະດູຮ້ອນປີ 2028 ແລະ ນັກເຕະຈະໃສ່ເສື້ອໝາຍເລກ 29 ດັ່ງທີ່ເຄີຍໃສ່ຢູ່ສະແຕມຟອດ ບຣິດ.
ທັ້ງນີ້ ໄຄ ຮາແວດ ລົງສະໜາມໃຫ້ ເຊວຊີ 91 ນັດໃນພຣີເມຍລີກ, ຍິງໄດ້ 19 ປະຕູ ແລະ 7 ແອສຊິສ, ແລະ ເປັນຜູ້ຍິງປະຕູໄຊພາທີມເອົາ ແມນເຊັສເຕີ ຊິຕີ້ ຄວ້າແຊ້ມ ຢູຟ້າ ແຊ້ມປ້ຽນລີກ 2020/21.
ສຳລັບ ອາເຊນອລ ກໍາລັງຈະໄດ້ຕົວ ດີແຄນ ໄຣຊ ເປັນຄົນທີ່ສອງຂອງເຂົາເຈົ້າ, ໂດຍທີ່ ເວັສແຮມ ຢູໄນເຕັດ ກຽມຮັບຂໍ້ສະເໜີ 105 ລ້ານປອນ, ຕາມດ້ວຍ ຢູຣິນ ທິມເບີ ກອງຫຼັງຂອງ ອາແຈັກ ຢູ່ທີ່ປະມານ 50 ລ້ານປອນ.