ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ

ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ - 355685039 751133213682606 977767015662404046 n - ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ
ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ - kitchen vibe - ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ

ຂ່າວປ້ອງກັນຄວາມສະຫງົບລາຍງານ ວັນທີ 28 ມິຖຸນາ 2023 ນີ້ວ່າ: ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ນຳເອົາຜູ້ກໍ່ເຫດຄະດີລັກຊັບພົນລະເມືອງ ຄື ທ້າວ ເຄນຄຳ ໄຊຍະລາດ ອາຍຸ 32 ປະຊາຊົນ ບ້ານຫລັກ 7 ເມືອງຄຳເກີດ ແຂວງບໍລິຄຳໄຊ ທີ່ກໍ່ເຫດມາແລ້ວຫລາຍຄັ້ງ ກ່ອນຖືກຈັບຄາໂຮງແຮມ ໄປເຮັດແຜນປະກອບຄໍາຮັບສາລະພາບຢູ່ບ່ອນຜູ້ກ່ຽວລັກຊັບ ເພື່ອປະກອບໃສ່ສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນ ເພື່ອສັ່ງຟ້ອງສານປະຊາຊົນ ຕັດສິນຕາມກົດໝາຍ.

ທ້າວ ເຄນຄຳ ຮັບສາລະພາບ ວ່າ: ເລີ່ມແຕ່ເດືອນ ກັນຍາ ປີ 2022 ເປັນຕົ້ນມາ ແມ່ນໄດ້ເຄື່ອນໄຫວກໍເຫດລັກຊັບພົນລະເມືອງ ມາແລ້ວ ເປັນ 20 ຄັ້ງ.

ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ - Visit Laos Visit SALANA BOUTIQUE HOTEL - ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ
ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ - Visit Laos Visit SALANA BOUTIQUE HOTEL - ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ

– ຄັ້ງທີ 1- 9 ແມ່ນລັກເຄື່ອງໃຊ້, ເຄື່ອງດື່ມ ວັດຖຸຕ່າງໆ ຕາມຮ້ານ ແລະ ເຮືອນຂອງປະຊາຊົນ ເພື່ອນຳໄປຂາຍ ເອົາເງິນມາຊື້ຢາບ້າມາເສບ, ຫລິ້ນເກມ, ຫລິ້ນກິນຟູມເຟືອຍ.

– ຄັ້ງທີ 10: ແມ່ນລັກຊັບຢູ່ຮ້ານສ້ອມແປງລົດຈັກ ພາຍໃນເມືອງ ໄດ້ເງິນ 7.000.000 ກີບ, ເງິນບາດ 3.000 ບາດ.

– ຄັ້ງທີ 11: ເວລາ ປະມານ 7 ໂມງ ຂອງວັນທີ 30 ທັນວາ 2022 ໄດ້ລັກຊັບ ຢູ່ໃນວັດ ໜອງປອງ ໂດຍໃຊ້ຕໍ່ລະບິດ, ເຈາະເພດານເຂົ້າໄປໃນກຸຕິ ແລ້ວລັກເອົາເງິນ 5.000.000 ກີບ, ເງິນບາດ 2.000 ບາດ ເງິນໂດລາ 100 ໂດລ່າ ແລະ ໂທລະສັບ 1 ໜ່ວຍ.

– ຄັ້ງທີ 12: ເວລາ ປະມານ 21 ໂມງ ຂອງວັນທີ 16 ມັງກອນ 2023 ໄດ້ລັກຊັບ ທີ່ຮ້ານຂາຍເຄື່ອງ ບ້ານທົ່ງຈະເລີນ ໂດຍໃຊ້ໄມກ່າຍໃສ່ເສົາເຮືອນ ແລ້ວປີນຂຶ້ນຊັ້ນສອງ, ໂດຍໃຊ້ມີດ, ຕໍລະບິດ ງັດປະຕູເຂົ້າໄປໃນຮ້ານ,ຈາກນັ້ນກໍ່ຊອກຫາຊັບສິນທີ່ມີຄ່າ ໄດ້ເງິນ 30.000.000 ກີບ, ເງິນບາດ 130.000 ບາດ, ສາຍແຂນ 1 ເສັ້ນ, ສາຍຄໍ 1 ເສັ້ນ, ແຫວນ 1 ວົງ ແລະ ຕຸ້ມຫູ 1 ຄູ.

– ຄັ້ງທີ 13: ວັນທີ 15 ກຸມພາ 2023 ໄດ້ລັກຊັບ ຢູ່ຮ້ານຂາຍເຄື່ອງ ຢູ່ບ້ານນໍ້າພາວ ໂດຍໃຊ້ມີດ, ໂຕລະບິດ ຍັດເຂົ້າໄປໃນຮ້ານ ແລ້ວຊອກຫາຊັບສິນ ແລ້ວພົບເຫັນແຈລົດໃຫຍ່ ຈິງປົດລອັກລົດ ແລ້ວນຳເອົາເງິນໃນລົດ 52.000.000 ກີບ.

– ຄັ້ງທີ 14 ເວລາ 22 ໂມງ ຂອງວັນທີ 21 ມີນາ 2023 ລັກຊັບໃນຫ້ອງການສຶກສາເມືອງ ໄດ້ເງິນ 10.000.000 ກີບ.

– ຄັ້ງທີ 15 ໄດ້ງັດເຮືອນຂອງປະຊາຊົນ ບ້ານທົ່ງຈະເລີນ ໄດ້ເງິນ 10.000.000 ກີບ.

– ຄັ້ງທີ 16 ຫາ ຄັ້ງທີ 17, ໄດ້ລັກຊັບ ຢູ່ໃນວັດ ແສນອຸດົມ ແລະ ວັດປ່າຜານາງຮ້ອງ ໄດ້ເງິນທັງໝົດ 30.080.000 ກີບ.

– ຄັ້ງທີ 18-19 ໄດ້ລັກຊັບພາຍໃນຮ້ານແປງລົດຈັກ ບ້ານໜອງປອງ ໄດ້ເງິນ 11.000.000 ກີບ.

– ຄັ້ງທີ 20 ເວລາປະມານ 8:00 ໂມງ ຂອງວັນທີ 5 ມິຖຸນາ 2023 ໄດ້ລັກຊັບ ຢູ່ຮ້ານຂາຍເຄື່ອງໄຟຟ້າ ແຫ່ງໜຶ່ງ ຢູ່ບ້ານ ໜອງປອງ, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ, ໂດຍຜູ້ກ່ຽວຍ່າງເຂົ້າໄປໃນຮ້ານ ແລ້ວພົບເຫັນກະເປົາສີດໍາວາງໄວ້ໜ້າໂຕະ ໂດຍບໍ່ມີຄົນຢູ່ ຈິ່ງໄດ້ເອົາກະເປົາດັ່ງກ່າວ ແລ້ວເອົາຕົວຫຼົບໜີໄປພັກຢູ່ໂຮງແຮມ ແຫ່ງໜຶ່ງ ຢູ່ບ້ານ ທົ່ງຈະເລີນ ໃນກະເປົາດັ່ງກ່າວ ມີເງິນ 1.350.000 ກີບ, ເງິນບາດ 3.000 ບາດ, ບັດເອທີເອັມ 1 ບັດ ແລະ ສາຍຄໍສີເຫຼືອງ 1 ເສັ້ນ ແລ້ວຜູ້ກ່ຽວກໍໄດ້ນຳເງິນຈຳນວນ ດັ່ງກ່າວ ໄປຊື້ຢາບ້າມາເສບ ຫລິ້ນເກມ ແລ້ວກັບມາພັກຢູ່ໂຮງແຮມ ພໍຮອດເວລາ 21 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ພວກເຮົາຈີ່ງໄດ້ນໍາກໍາລັງເຂົ້າໄປກັກຕົວ ຜູ້ຖືກຫາ ໃນໂຮງແຮມດັ່ງກ່າວ.

 

ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ - 4 - ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ
ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ - 5 - ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ
ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ - 3 - ໄລຍະບໍ່ເຖິງປີ ກໍ່ເຫດລັກຊັບ 20 ຄັ້ງ ສ້າງຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ